ຂ່າວເດັ່ນ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເດີນ​ທາງ​ຮອດ ວຽງ​ຈັນ ເລ​ີ່ມ​ຕົ້ນ​ການ​ປະ​ຕິ​ບັດ​ງານ​ຢູ່ ລາວ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເດີນ​ທາງ​ຮອດ ວຽງ​ຈັນ ເລ​ີ່ມ​ຕົ້ນ​ການ​ປະ​ຕິ​ບັດ​ງານ​ຢູ່ ລາວ

(VOVWORLD) - ຕອນເຊົ້າວັນທີ 2 ທັນວາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ຄະນະຜູ້ແທນ ຫວຽດນາມ ໄດ້ເດີນທາງໄປຮອດນະຄອນຫຼວງ ວຽງຈັນ, ເລີ່ມຕົ້ນການປະຕິບັດງານຢູ່ລາວ.

 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ  ຢູ່ສະໜາມບິນ (ພາບ: VOV)

ຕອນເຊົ້າວັນທີ 2 ທັນວາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ຄະນະຜູ້ແທນ ຫວຽດນາມ ໄດ້ເດີນທາງໄປຮອດນະຄອນຫຼວງ ວຽງຈັນ, ເລີ່ມຕົ້ນການປະຕິບັດງານຢູ່ລາວ, ເຂົ້າຮ່ວມກອງປະຊຸມຂັ້ນສູງລະຫວ່າງສອງພັກ ແລະ ເປັນປະທານຮ່ວມກອງປະຊຸມຄັ້ງທີ 48 ຄະນະກຳມະການຮ່ວມມືທະວີພາຄີລະຫວ່າງລັດຖະບານ ຫວຽດນາມ - ລາວ. ພ້ອມດຽວກັນນັ້ນ ກໍດຳເນີນບັນດາການເຄື່ອນໄຫວສອງຝ່າຍກັບລາວ ເຊັ່ນ, ການພົບປະການນຳຂັ້ນສູງຂອງລາວ; ເປັນປະທານຮ່ວມເວທີປາໄສເສດຖະກິດ ຫວຽດນາມ - ລາວ.

        ໃນກອງປະຊຸມຄັ້ງທີ 48 ຂອງຄະນະກຳມະການຮ່ວມມືືທະວີພາຄີລະຫວ່າງລັດຖະບານ ຫວຽດນາມ - ລາວ, ຄະນະຜູ້ແທນລັດຖະບານສອງປະເທດ ໄດ້ດຳເນີນການສຳຫຼວດກວດຄືນ, ຕີລາຄາສະພາບການຜັນຂະຫຍາຍປະຕິບັດບັນດາຂໍ້ຕົກລົງໃນແຜນການຮ່ວມມື ຫວຽດນາມ - ລາວ ໄລຍະ 2021 – 2025 ແລະ ປີ 2025; ພ້ອມທັງໄດ້ແລກປ່ຽນ, ເປັນເອກະພາບທາງດ້ານທິດທາງ ແລະ ໜ້າທີ່ຮ່ວມມືໄລຍະ 2026 – 2030 ແລະ ປີ 2030 ແລະ ປີ 2026, ແນໃສ່ຫັນບົດສະຫຼຸບຂອງກອງປະຊຸມສອງກົມການເມືອງໃຫ້ເປັນລະອຽດ.


This site is protected by reCAPTCHA and the Google Privacy Policy and Terms of Service apply.