ຂ່າວເດັ່ນ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຂົ້າ​ຮ່ວມ​ພິ​ທີ​ເປີດ​ນຳ​ໃຊ້​ຂົວ ຝອງ​ເຈົາ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຂົ້າ​ຮ່ວມ​ພິ​ທີ​ເປີດ​ນຳ​ໃຊ້​ຂົວ ຝອງ​ເຈົາ

(VOVWORLD) - ຕອນເຊົ້າວັນທີ 28 ກັນຍາ, ຢູ່ແຂວງ ຝຸເທາະ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເຂົ້າຮ່ວມພິທີເປີດນຳໃຊ້ ຂົວຝອງເຈົາ ໃໝ່ - ທາງຫຼວງ 32C ແຂວງ ຝຸເທາະ.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ພິທີ (ພາບ: VOV)

ທີ່ພິທີ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພ້ອມກັບບັນດາຜູ້ແທນ ໄດ້ສະຫງວນໜຶ່ງນາທີ ອາໄລຫາພໍ່ແມ່ປະຊາຊົນ ຜູ້ທີ່ໄດ້ສຍຊີວິດຍ້ອນເຫດຂົວ ຝອງເຈົາ ເກົ່າ ຫັກພັງລົງ ກ່ອນນີ້ 1 ປີ, ຍ້ອນຜົນສະທ້ອນຈາກພາຍຸ Yagi. ເວົ້າຄືນບັນດາຜົນເສຍຫາຍຢ່າງໜັກໜ່ວງກ່ຽວກັບຊີວິດ ແລະ ຊັບສິນ ກໍ່ຄືຜົນກະທົບຢ່າງຮ້າຍແຮງຂອງພາຍຸ Yagi ຕໍ່ຊີວິດປະຈຳວັນຂອງປະຊາຊົນຢູ່ສອງຝັ່ງແມ່ນ້ຳແດງ ກໍ່ຄືເສດຖະກິດ, ການແລກປ່ຽນຄ້າຂາຍ, ການຄ້າ, ການຜະລິດຢູ່ເຂດ, ທ່ານນາຍົກລັດຖະມົນຕີຖືວ່າ ເລື່ອງຂົວ ຝອງເຈົາ ໄດ້ເປີດນຳໃຊ້ພາຍຫຼັງ 1 ປີແມ່ນສິ່ງພິສູດໃຫ້ແກ່ຄວາມສະໜິດຕິດພັນລະຫວ່າງ ປະຊາຊົນ ແລະ ພັກ, ລັດ; ລະຫວ່າງປະຊາຊົນກັບກອງທັບປະຊາຊົນ ຫວຽດນາມ, ສ້າງຄວາມໄວ້ເນື້ອເຊື່ອໃຈ, ຄວາມສະໜິດຕິດພັນລະຫວ່າງບັນດາກະຊວງ, ຂະແໜງການ, ອົງການ, ທ້ອງຖິ່ນ ແລະ ປະຊາຊົນ.

ຍົກໃຫ້ເຫັນຄວາມໝາຍສຳຄັນຂອງຂົວ ຝອງເຈົາ ໃໝ່, ທ່ານນາຍົກລັດຖະມົນຕີ ຕີລາຄາວ່າ ໃນໄລຍະຈະມເຖິງ ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ໄດ້ແກ້ໄຂຜົນຕາມມາຈາກພາຍຸ Yagi ໂດຍໄວ, ເຊື່ອມຕໍ່ຄົມມະນາຄົມ, ເຊື່ອມຕໍ່ເສດຖະກິດລະຫວ່າງເຂດ, ຮັບປະກັນຄວາມໝັ້ນຄົງດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຮັບປະກັນການເດີນທາງໄປມາ, ຊີວິດປະຈຳວັນຂອງປະຊາຊົນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.