ຂ່າວເດັ່ນ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເປັນ​ປະ​ທານ​ການ​ໂອ້​ລົມ​ສົນ​ທະ​ນາ​ກັບ​ບັນ​ດາ​ວິ​ສາ​ຫະ​ກິດ ສ.ເກົາຫຼີ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເປັນ​ປະ​ທານ​ການ​ໂອ້​ລົມ​ສົນ​ທະ​ນາ​ກັບ​ບັນ​ດາ​ວິ​ສາ​ຫະ​ກິດ ສ.ເກົາຫຼີ

(VOVWORLD) - ຫວຽດນາມ ຍາມໃດກໍຈະຮ່ວມເດີນທາງພ້ອມກັບບັນດາວິສາຫະກິດ ສ.ເກົາຫຼີ; ຮັບປະກັນຜົນປະໂຫຍດອັນຊອບທຳໃຫ້ແກ່ບັນດາວິສາຫະກິດ ສ.ເກົາຫຼີ ດຳເນີນທຸລະກິດຖືກຕ້ອງຕາມກົດໝາຍ; ຮັບຟັງຄຳເຫັນປະກອບ ພ້ອມກັນແກ້ໄຂບັນດາຂໍ້ຕິດຄັດເພື່ອເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະ ກັນ, ຍົກສູງປະສິດທິຜົນການຮ່ວມມື.

 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານການໂອ້ລົມສົນທະນາກັບບັນດາວິສາຫະກິດ ສ.ເກົາຫຼີ (ພາບ: VOV)

ຕອນເຊົ້າວັນທີ 04 ມີນາ, ຢູ່ສຳນັກງານລັດຖະບານ, ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານການໂອ້ລົມສົນທະນາກັບບັນດາວິສາຫະກິດ ສ.ເກົາຫຼີ. ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ປາດຖະໜາວ່າ ບັນດາວິສາຫະກິດ ສ.ເກົາຫຼີ ສືບຕໍ່ເປີດກວ້າງການລົງທຶນດຳເນີນທຸລະກິດຢູ່ ຫວຽດນາມ ແລະ ຖື ຫວຽດນາມ ແມ່ນສະຖານທີ່ຜະລິດ, ລົງທຶນ, ຊ່ວຍ ຫວຽດນາມ ເຂົ້າຮ່ວມລະບົບສະໜອງທົ່ວໂລກ, ຫັນຕະຫຼາດເປັນຫຼາຍຮູບຫຼາຍແບບ, ຫຼາກຫຼາຍຜະລິດຕະພັນຢ່າງເລິກເຊິ່ງກວ່າອີກ; ປະກອບສ່ວນຖ່າຍທອດເຕັກໂນໂລຢີໃຫ້ແກ່ ຫວຽດນາມ; ປະກອບສ່ວນສ້າງແຫຼ່ງບຸກຄະລາກອນທີ່ມີຄຸນນະພາບສູງ… ພິເສດແມ່ນລົງທຶນເຂົ້າອຸດສາຫະກຳວັດທະນະທຳ, ອຸດສາຫະກຳບັນເທິງ, ນະວັດຕະກຳ, ເຕັກໂນໂລຢີຊີວະພາບ, ເຕັກໂນໂລຢີສີຂຽວ, ເຕັກໂນໂລຢີດີຈີຕອນ, ປັນຍາປະດິດ, ເຄິ່ງຊັກນຳໄຟຟ້າ…

        ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ່ງຢືນວ່າ ຫວຽດນາມ ຍາມໃດກໍຈະຮ່ວມເດີນທາງພ້ອມກັບບັນດາວິສາຫະກິດ ສ.ເກົາຫຼີ; ຮັບປະກັນຜົນປະໂຫຍດອັນຊອບທຳໃຫ້ແກ່ບັນດາວິສາຫະກິດ ສ.ເກົາຫຼີ ດຳເນີນທຸລະກິດຖືກຕ້ອງຕາມກົດໝາຍ; ຮັບຟັງຄຳເຫັນປະກອບ ພ້ອມກັນແກ້ໄຂບັນດາຂໍ້ຕິດຄັດເພື່ອເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະ ກັນ, ຍົກສູງປະສິດທິຜົນການຮ່ວມມື. ທ່ານນາຍົກລັດຖະມົນຕີ ຖືວ່າ ການລົງທຶນຕ້ອງພັດທະນາ, ລົງທຶນຕ້ອງມີຜົນປະໂຫຍດ, ການລົງທຶນເພື່ອນັບມື້ນັບເຕີບໃຫຍ່ຂຶ້ນ, ອີງໃສ່ບັນດາພື້ນຖານການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດເພື່ອພ້ອມກັນເຮັດ, ພ້ອມກັນຊະນະ, ພ້ອມກັນຊົມໃຊ້, ກົມກ່ຽວທາງດ້ານຜົນປະໂຫຍດ, ແບ່ງປັນຄວາມສ່ຽງ, ນຳມາເຊິ່ງປະສິດທິພາບດີກວ່າ, ຄວາມເຂົ້າໃຈເລິກເຊິ່ງກວ້າງຂວາງກວ່າ, ນຳມາເຊິ່ງຜົນປະໂຫຍດໃຫ້ທັງສອງຝ່າຍ, ສອງປະເທດ,ສອງຊາດ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານການໂອ້ລົມສົນທະນາກັບບັນດາວິສາຫະກິດ ອາຊຽນ (ພາບ:TTXVN)

ໃນຕອນບ່າຍຂອງວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກໍໄດ້ເປັນປະທານການໂອ້ລົມສົນທະນາກັບບັນດາວິສາຫະກິດ ອາຊຽນ. ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ບັນດາວິສາຫະກິດ ອາຊຽນ ປະຕິບັດ 5 ບັນຫາ, ລວມມີ: ການເມືອງການຕ່າງປະເທດສາມັກຄີເອກະພາບກວ່າ; ຮ່ວມມືກັນດ້ານເສດຖະກິດຢ່າງເລິກເຊິ່ງກວ້າງຂວາງ, ມີປະສິດທິຜົນກວ່າ; ຈິນຕະນາການຢ່າງກ້າຫານ, ປ່ຽນແປງໃໝ່ຢ່າງແຮງກວ່າເກົ່າ; ຍົກອອກຫຼາຍມາດຕະການທີ່ມີຫົວຄິດປະດິດສ້າງ, ສອດຄ່ອງກັບຄວາມຕ້ອງການຕົວຈິງຫຼາຍກວ່າອີກ; ຜັນຂະຫຍາຍການກະທຳໃຫ້ຂ້ຽວຂາດກວ່າ. ຈາກນັ້ນ ຊອກຫາບັນດາມາດຕະການເພື່ອຮັບມືຢ່າງມີໄຫວພິບ, ປະສິດທິຜົນກວ່າ, ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ວິສາຫະກິດເອງ ແລະ ປະຊາຊົນ, ປະເທດຊາດ ແລະ ການພົວພັນ ຫວຽດນາມ ກັບແຕ່ລະປະເທດສະມາຊິກ ອາຊຽນ ແລະ ທັງປະຊາຄົມ ອາຊຽນ ເວົ້າລວມ.

This site is protected by reCAPTCHA and the Google Privacy Policy and Terms of Service apply.