ຂ່າວເດັ່ນ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເປັນ​ປະ​ທານກອງ​ປະ​ຊຸມ​ຜັນ​ຂະ​ຫຍາຍ​ມະ​ຕິ​ຂອງ​ສະ​ພາ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ເຮືອນ​ຢູ່​ສັງ​ຄົມ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເປັນ​ປະ​ທານກອງ​ປະ​ຊຸມ​ຜັນ​ຂະ​ຫຍາຍ​ມະ​ຕິ​ຂອງ​ສະ​ພາ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ເຮືອນ​ຢູ່​ສັງ​ຄົມ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຊີ້ແຈ້ງວ່າ ມະຕິໂດຍສະພາແຫ່ງຊາດປະກາດໃຊ້ໃນວັນທີ 29 ພຶດສະພາຈະມີຫຼາຍກົນໄກ, ນະໂຍບາຍທີ່ມີລັກສະນະບຸກທະລຸ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VGP)

ຕອນບ່າຍວັນທີ 2 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມຜັນຂະຫຍາຍມະຕິ (201/2025/QH15) ຂອງສະພາແຫ່ງຊາດກ່ຽວກັບການທົດລອງບາງກົນໄກນະໂຍບາຍພິເສດເພື່ອພັດທະນາເຮືອນຢູ່ສັງຄົມ. ກອງປະຊຸມໄດ້ເຊື່ອມຕໍ່ແບບທາງໄກກັບສຳນັກງານລັດຖະບານ ໄປຍັງຄະນະກຳມະການປະຊາຊົນ ບັນດາແຂວງ, ນະຄອນຂຶ້ນກັບສູນກາງ.

ຢູ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຊີ້ແຈ້ງວ່າ ມະຕິໂດຍສະພາແຫ່ງຊາດປະກາດໃຊ້ໃນວັນທີ 29 ພຶດສະພາຈະມີຫຼາຍກົນໄກ, ນະໂຍບາຍທີ່ມີລັກສະນະບຸກທະລຸຄື: ສ້າງກອງທຶນເຮືອນຢູ່ສັງຄົມແຫ່ງຊາດ, ເປີດກວ້າງເປົ້າໝາຍແມ່ນວິສາຫະກິດ, ອົງການແຫ່ງລັດ, ອົງການການເມືອງ, ອົງການການເມືອງ - ສັງຄົມ ສາມາດເຊົ່າເຮືອນຢູ່ສັງຄົມເພື່ອຈັດແບ່ງໃຫ້ແກ່ພະນັກງານ, ລັດຖະກອນ, ຜູ້ອອກແຮງງານຂອງຕົນສ້າງເງື່ອນໄຂໃຫ້ແກ່ພະນັກງານ, ພາລະກອນ, ລັດຖະກອນ, ຜູ້ອອກແຮງງານມີຄວາມອູ່ນອ່ຽງໃຈປະຕິບັດວຽກງານ, ລວມທັງກຳມະກອນ, ຊາວຜູ້ອອກແຮງງານຕ່າງປະເທດ.

This site is protected by reCAPTCHA and the Google Privacy Policy and Terms of Service apply.