ຂ່າວເດັ່ນ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຫວຽດ​ນາມ ຈະ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ບົດ​ບາດ​ສະ​ມາ​ຊິກ​ຕັ້ງ​ໜ້າ, ຄວາມ​ຮັບ​ຜິດ​ຊອບ​ໃນ ອາ​ຊຽນ ຢ່າງ​ແຮງ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຫວຽດ​ນາມ ຈະ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ບົດ​ບາດ​ສະ​ມາ​ຊິກ​ຕັ້ງ​ໜ້າ, ຄວາມ​ຮັບ​ຜິດ​ຊອບ​ໃນ ອາ​ຊຽນ ຢ່າງ​ແຮງ

(VOVWORLD) - ຕອນບ່າຍວັນທີ 28 ເມສາ, ຕາມຂໍ້ສະເໜີຂອງຝ່າຍ ມາເລເຊຍ, ເຊິ່ງເປັນປະທານ ອາຊຽນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີ ມາເລເຊຍ Anwar Ibrahim ເພື່ອແລກປ່ຽນກ່ຽວກັບການຮ່ວມມືສອງຝ່າຍ ແລະ ບາງບັນຫາຢູ່ພາກພື້ນ, ສາກົນ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ  ໂອ້ລົມທາງໂທລະສັບກັບ ທ່ານນາຍົກລັດຖະມົນຕີ ມາເລເຊຍ Anwar Ibrahim (ພາບ: VOV)

ໃນການໂອ້ລົມທາງໂທລະສັບ, ທ່ານນາຍົກລັດຖະມົນຕີ ມາເລເຊຍ ໄດ້ແຈ້ງໃຫ້ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຮັບຊາບກ່ຽວກັບບັນດາມາດຕະການຂອງ ມາເລເຊຍ - ໃນຖານະເປັນປະທານ ອາຊຽນ, ໄດ້ຜັນຂະຫຍາຍໃນການຊຸກຍູ້ແກ້ໄຂບັນດາບັນຫາໃນພາກພື້ນ… ໃນນັ້ນ, ມາເລເຊຍ ໄດ້ດຳເນີນການໂອ້ລົມສົນທະນາກັບບັນດາຝ່າຍທີ່ກ່ຽວຂ້ອງຢູ່ ມຽນມາ, ຊຸກຍູ້ບັນດາຝ່າຍແກ່ຍາວການຢຸດຍິງເພື່ອສຸມໃສ່ການຊ່ວຍເຫຼືອມະນຸດສະທຳພາຍຫຼັງໄພພິບັດ; ແລະ ແລກປ່ຽນກ່ຽວກັບແບບວິທີສຳຜັດລວມຂອງ ອາຊຽນ ເພື່ອແນໃສ່ເພີ່ມທະວີການພົວພັນດ້ານການຄ້າ, ການລົງທຶນກັບບັນດາຄູ່ຮ່ວມມື, ຮັບປະກັນ ແລະ ເສີມຂະຫຍາຍບົດບາດເປັນໃຈກາງຂອງ ອາຊຽນ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຢັ້ງຢືນວ່າ ຫວຽດນາມ ຈະສືບຕໍ່ເສີມຂະຫຍາຍບົດບາດເປັນສະມາຊິກຕັ້ງໜ້າ, ມີຄວາມຮັບຜິດຊອບໃນ ອາຊຽນຢ່າງແຮງ, ສະໜັບສະໜູນ ແລະ ສົມທົບກັບ ມາເລເຊຍ ຢ່າງແໜ້ນແຟ້ນໃນປີເປັນປະທານ ອາຊຽນ ກໍຄື ຈັດຕັ້ງວຽກງານຂອງກອງປະຊຸມ ອາຊຽນ ທີ່ສຳຄັນໃນໄລຍະຈະມາເຖິງຢ່າງປະສົບຜົນສຳເລັດ

ລ້າຍຮວາ


This site is protected by reCAPTCHA and the Google Privacy Policy and Terms of Service apply.