ຂ່າວເດັ່ນ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ລົງ​ກວດ​ກາມ​ໂຄງ​ການ​ກໍ່​ສ້າ​ງເສັ້ນ​ທາງ​ຄວາມ​ໄວ​ສູງ ຮຶວ​ງິ - ຈີ​ລັງ, ດົງ​ດັງ - ຈ່າ​ລິງ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ລົງ​ກວດ​ກາມ​ໂຄງ​ການ​ກໍ່​ສ້າ​ງເສັ້ນ​ທາງ​ຄວາມ​ໄວ​ສູງ ຮຶວ​ງິ - ຈີ​ລັງ, ດົງ​ດັງ - ຈ່າ​ລິງ

(VOVWORLD) - ການກໍ່ສ້າງຕ້ອງຮັບປະກັນຄຸນນະພາບ, ຄວາມຄືບໜ້າ, ບັນດາຄວາມຮຽກຮ້ອງຕ້ອງການດ້ານເຕັກນິກ, ຄວາມປອດໄພໃນການອອກແຮງງານ…ເພື່ອກໍ່ສ້າງສຳເລັດໂຄງການເສັ້ນທາງຄວາມໄວສູງ ຮຶວງິ - ຈີລັງ ແລະ ດົ່ງດັງ - ຈ່າລິງ ໃນແຂວງ ລ້າງເຊີນ ແລະ ກາວບັ່ງ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ລົງກວດກາມໂຄງການກໍ່ສ້າງເສັ້ນທາງຄວາມໄວສູງ ຮຶວງິ - ຈີລັງ, ດົງດັງ - ຈ່າລິງ
(ພາບ: VOV)

ຕອນເຊົ້າວັນທີ 20 ກຸມພາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ລົງກວດກາ, ມອບຂອງຂວັນລະດົມກຳລັງໃຈ, ອວຍພອນບຸນເຕັດບັນດາຫົວໜ່ວຍພວມກໍ່ສ້າງເສັ້ນທາງຄວາມໄວສູງ ຮຶວງິ - ຈີລັງ ແລະ ດົງດັງ - ຈ່າລິງ ໃນບໍລິເວນແຂວງ ລ້າງເຊີນ ແລະ ກາວບັ່ງ. ນະທີນີ້, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ທົ່ວລະບົບການເມືອງ ປະຕິບັດຢ່າງຂ້ຽວຂາດ, ພິເສດແມ່ນເລຂາຄະນະພັກ, ປະທານຄະນະກຳມະການປະຊາຊົນແຂວງ ຕ້ອງຊີ້ນຳຢ່າງຕັ້ງໜ້າວຽກງານບຸກເບີກໜ້າພຽງ. ທ່ານນາຍົກລັດຖະມົນຕີ ໃສ່ໃຈວ່າ ວິວັດການຕ້ອງຮັບປະກັນສິດ ແລະ ຜົນປະໂຫຍດອັນຊອບທຳໃຫ້ແກ່ປະຊາຊົນໃນເຂດກໍ່ສ້າງໂຄງການ, ເບິ່ງແຍງດູແລໃຫ້ປະຊາຊົນມີຊີວິດການເປັນຢູ່ທີ່ອີ່ມໜຳສຳລາມສົມບູນພູມສຸກ. ການກໍ່ສ້າງຕ້ອງຮັບປະກັນຄຸນນະພາບ, ຄວາມຄືບໜ້າ, ບັນດາຄວາມຮຽກຮ້ອງຕ້ອງການດ້ານເຕັກນິກ, ຄວາມປອດໄພໃນການອອກແຮງງານ…ເພື່ອກໍ່ສ້າງສຳເລັດໂຄງການເສັ້ນທາງຄວາມໄວສູງ ຮຶວງິ - ຈີລັງ ແລະ ດົ່ງດັງ - ຈ່າລິງ ໃນແຂວງ ລ້າງເຊີນ ແລະ ກາວບັ່ງ.

This site is protected by reCAPTCHA and the Google Privacy Policy and Terms of Service apply.