ຂ່າວເດັ່ນ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ລົງ​ຢ້ຽມ​ຢາມ​ໂຮງ​ໝໍ​ແບກ​ມາຍ​ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 70 ປີ​ແຫ່ງວັນ​ແພດ​ໝໍ ຫວຽດ​ນາມ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ລົງ​ຢ້ຽມ​ຢາມ​ໂຮງ​ໝໍ​ແບກ​ມາຍ​ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 70 ປີ​ແຫ່ງວັນ​ແພດ​ໝໍ ຫວຽດ​ນາມ

(VOVWORLD) - ຕອນບ່າຍວັນທີ 24 ກຸມພາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ລົງຢ້ຽມຢາມໂຮງໝໍແບກມາຍ ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນແພດໝໍ ຫວຽດນາມ (27/02/1955 – 27/02/2025).

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ມອບໃບຍ້ອງຍໍໃຫ້ແກ່ໂຮງໝໍ ແບກມາຍ (ພາບ: VOV)

ເມື່ອໂອ້ລົມກັບ, ພະນັກງານແພດໝໍ ໂຮງໝໍແບກມາຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ປາດຖະໜາວ່າ ໂຮງໝໍແບກມາຍດ້ວຍບົດບາດເປັນໂຮງໝໍຊັ້ນນຳສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມ ແລະ ບັນດາຜົນສຳເລັດທີ່ບັນລຸໄດ້, ມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ປະຕິບັດສຳເລັດທຸກໜ້າທີ່ ທີ່ໄດ້ຮັບການມອບໝາຍ; ສູ້ຊົນກາຍເປັນໂຮງໝໍທີ່ມີອິດທິພົນຊື່ສຽງແຖວໜ້າພາກພື້ນ ແລະ ໂລກ. ທ່ານເນັ້ນໜັກວ່າ:

ຂ້າພະເຈົ້າປາດຖະໜາຢາກຂະແໜງການແພດປິ່ນປົວໃຫ້ຄົນເຈັບຢ່າງມີປະສິດທິຜົນ, ຕັ້ງໜ້າບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ ໃຫ້ແກ່ທົ່ວຂະແໜງ, ຄົ້ນຄ້ວາບັນດາພະຍາດຮູນແຮງ, ພະຍາດທົ່ວໄປຢູ່ ຫວຽດນາມຢ່າງລົງເລິກ, ມີຫົວຄິດປະດິດສ້າງໃນການເຄື່ອນໄຫວຂະແໜງສາທາລະນະສຸກຢ່າງບໍ່ຢຸດຢັ້ງ, ຍູ້ແຮງການຫັນເປັນດີຈີຕອນໃນການກວດປິ່ນປົວພະຍາດ ແລະ ເບິ່ງແຍງສຸຂະພາບຂອງປະຊາຊົນ, ຮັບໃຊ້ຄົນເຈັບ ແລະ ພໍ່ແມ່ພີ່ນ້ອງຄົນເຈັບຢ່າງສຸດໃຈ.

This site is protected by reCAPTCHA and the Google Privacy Policy and Terms of Service apply.