ຂ່າວເດັ່ນ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຮຽບ​ຮຽງ​ດຳ​ລັດ​ຄວບ​ຄຸມ​ຍຸດ​ທະ​ສາດ​ການ​ຄ້າ​ໃຫ້​ສຳ​ເລັດ​ກ່ອນ​ວັນ​ທີ 05 ພຶດ​ສະ​ພາ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຮຽບ​ຮຽງ​ດຳ​ລັດ​ຄວບ​ຄຸມ​ຍຸດ​ທະ​ສາດ​ການ​ຄ້າ​ໃຫ້​ສຳ​ເລັດ​ກ່ອນ​ວັນ​ທີ 05 ພຶດ​ສະ​ພາ

(VOVWORLD) - ຕອນເຊົ້າວັນທີ 29 ເມສາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມຄັ້ງທີ 6 ບັນດາກະຊວງ, ຂະແໜງການ, ອົງການທີ່ກ່ຽວຂ້ອງກ່ຽວກັບການກະກຽມໃຫ້ແກ່ການເຈລະຈາ, ຊຸກຍູ້ການພົວພັນດ້ານການຄ້າດຸ່ນດ່ຽງ, ສະຖຽນລະພາບ, ຍືນຍົງກັບ ອາເມລິກາ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ  ເປັນປະທານກອງປະຊຸມ (ພາບ: VOV)

ເມື່ອກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ເປັນເຈົ້າການຄິດໄລ່ບັນດາແບບວິທີເຈລະຈາກ່ຽວກັບພາສີກັບ ອາເມລິກາ ຢ່າງລະອຽດ ດ້ວຍນ້ຳໃຈ “ຜົນປະໂຫຍດກົມກ່ຽວ, ຄວາມສ່ຽງແບ່ງປັນ”; ກະກຽມເອກະສານເຈລະຈາໃຫ້ລະອຽດ, ສຸມໃສ່ແຜນການ “ຂໍ້ຕົກລົງສອງຝ່າຍລະຫວ່າງ ຫວຽດນາມ ແລະ ອາເມລິກາ”.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)

        ກ່ຽວກັບບັນດາບັນຫາ ອາເມລິກາ ມີຄວາມສົນໃຈ, ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ປັບປຸງກອບນິຕິກຳເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງບັນດາຄູ່ຮ່ວມມືບົນພື້ນຖານຮັບປະກັນອະທິປະໄຕ, ຮັບປະກັນຄຳໝັ້ນສັນຍາສາກົນ, ສອດຄ່ອງກັບກົດໝາຍ 2 ຝ່າຍ. ໄປຄຽງຄູ່ກັນນັ້ນ ສະເໜີໃຫ້ ອາເມລິກາ ມີມາດຕະການພາສີນຳເຂົ້າເປັນ 0; ສະເໜີ ອາເມລິກາ ຮັບຮອງ ຫວຽດນາມ ມີພື້ນຖານເສດຖະກິດການຕະຫຼາດ, ປະກອບສ່ວນສ້າງຄວາມດຸ່ນດ່ຽງດ້ານການຄ້າ ຫວຽດນາມ - ອາເມລິກາ ແບບຍືນຍົງ. ສະເໜີໃຫ້ ອາເມລິກາ ຍົກເລີກຄຳສັ່ງຂວໍ້າບາດດ້ານເຕັກໂນໂລຢີສູງ, ຖ່າຍທອດເຕັກໂນໂລຢີ, ສະແດງຄວາມຮັບຜິດຊອບຂອງ ອາເມລິກາ ຕາມນ້ຳໃຈສະໜັບສະໜູນ ຫວຽດນາມ ເອກະລາດ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ວັດທະນາຖາວອນ.

        ກໍໃນ ວັນທີ 29 ເມສາ, ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ 14 ກະຊວງ, ອົງການທຽບເທົ່າກະຊວງ ກະກຽມເອກະສານສົ່ງເຖິງກະຊວງອຸດສາຫະກຳ ແລະ ການຄ້າ ລວມລວມ, ຮຽບຮຽງດຳລັດຄວບຄຸມຍຸດທະສາດການຄ້າໃຫ້ສຳເລັດກ່ອນວັນທີ 5 ພຶດສະພາຈະມາເຖິງ.

This site is protected by reCAPTCHA and the Google Privacy Policy and Terms of Service apply.