ຂ່າວເດັ່ນ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງວິ​ສາ​ຫະ​ກິດ ຊູ​ແອັດ ແລະ ເອີ​ລົບ ລົງ​ທຶນ​ເຂົ້າ​ການ​ຜະ​ລິດ​ຊິບ​ເຄິ່ງ​ຊັກ​ນຳ​ໄຟ​ຟ້າ​ຢູ່ ຫວຽດ​ນາມ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງວິ​ສາ​ຫະ​ກິດ ຊູ​ແອັດ ແລະ ເອີ​ລົບ ລົງ​ທຶນ​ເຂົ້າ​ການ​ຜະ​ລິດ​ຊິບ​ເຄິ່ງ​ຊັກ​ນຳ​ໄຟ​ຟ້າ​ຢູ່ ຫວຽດ​ນາມ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຊີ້ແຈ້ງວ່າການພັດທະນາສີຂຽວ, ເສດຖະກິດດີຈີຕອນ ແມ່ນະ ບູລິມະສິດຍຸດທະສາດເພື່ອໃຫ້ ຫວຽດນາມ ພັດທະນາແບບຍືນຍົງ. ຫວຽດນາມ ມີກົນໄກ, ລະບຽບການບໍລິຫານລຸລວງ, ນະໂຍບາຍບູລິມະສິດເຂົ້າຂົງເຂດຄື: ພະລັງງານສີຂຽວ, ພະລັງງານສະອາດ, ຊິບເຄິ່ງຊັກນຳໄຟຟ້າ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ການຕ້ອນຮັບ (ພາບ: TTXVN)

ຕອນບ່າຍວັນທີ 3 ກຸມພາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ການຕ້ອນຮັບທ່ານປ.ອ Philipp Rösler ປະທານເວທີປາໄສເສດຖະກິດ ຊູແອັດ - ຫວຽດນາມ ພ້ອມກັບບັນດາວິສາຫະກິດ ຊູແອັດ ແລະ ເອີລົບ ມາຊອກຫາໂອກາດມາລົງທຶນຢູ່ ຫວຽດນາມ.

ກ່າວຄຳເຫັນທີການພົບປະ, ທ່ານນາຍົກລັດຖະມົນຕີ  ຟ້າມມິງຈິງ ຊີ້ແຈ້ງວ່າການພັດທະນາສີຂຽວ, ເສດຖະກິດດີຈີຕອນ ແມ່ນະ ບູລິມະສິດຍຸດທະສາດເພື່ອໃຫ້ ຫວຽດນາມ ພັດທະນາແບບຍືນຍົງ. ຫວຽດນາມ ມີກົນໄກ, ລະບຽບການບໍລິຫານລຸລວງ, ນະໂຍບາຍບູລິມະສິດເຂົ້າຂົງເຂດຄື: ພະລັງງານສີຂຽວ, ພະລັງງານສະອາດ, ຊິບເຄິ່ງຊັກນຳໄຟຟ້າ. ທ່ານໃຫ້ຮູ້ວ່າ:

ກ່ຽວກັບຊິບເຄິ່ງຊັກນຳໄຟຟ້າ, ພວກຂ້າພະເຈົ້າຕ້ອງການ ການຖ່າຍທອດເຕັກໂນໂລຢີໃນການລົງທຶນແລະ ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ. ປັດຈຸບັນ, ຫວຽດນາມ ພວມສູ້ຊົນຮອດປີ 2030 ມີນັກເຕັກນິກອອກແບບຊິບ 100.000 ຄົນ. ຫວັງວ່າບັນດານັກລົງທຶນອາດສາມາດເຂົ້າຮ່ວມບັນດາຂັ້ນຕອນເຊິ່ງ ຫວຽດນາມ ລົງທຶນ. ອາດເວົ້າໄດ້ວ່າ, ຊິບເຄິ່ງຊັກນຳໄຟຟ້າແມ່ນຂົງເຂດເຊິ່ງ ຫວຽດນາມ ພວມໃຫ້ບູລິມະສິດ ແລະ ພ້ອມທີ່ຈະຕ້ອນຮັບບັນດາກະແສເງິນລົງທຶນ, ອາດລົງທຶນເຂົ້າບໍ່ວ່າຂັ້ນຕອນໃດ, ລົງທຶນເຂົ້າບໍ່ວ່າຜະລິດຕະພັນໃດ.

This site is protected by reCAPTCHA and the Google Privacy Policy and Terms of Service apply.