ຂ່າວເດັ່ນ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ໂອ​ກາດ​ເພື່ອ​ສ້າງ​ໂຄງ​ປະ​ກອບ​ເສດ​ຖະ​ກິດ​ຄືນ​ໃໝ່, ໂອ​ກາດ​ເພື່ອ​ບືນ​ຕົວ​ຂຶ້ນ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ໂອ​ກາດ​ເພື່ອ​ສ້າງ​ໂຄງ​ປະ​ກອບ​ເສດ​ຖະ​ກິດ​ຄືນ​ໃໝ່, ໂອ​ກາດ​ເພື່ອ​ບືນ​ຕົວ​ຂຶ້ນ

(VOVWORLD) - ຕອນແລງວັນທີ 07 ເມສາ, ຢູ່ສຳນັກງານລັດຖະບານ, ທີ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມລະຫວ່າງນາຍົກລັດຖະມົນຕີກັບບັນດາກະຊວງ, ຂະແໜງການ, ອົງການຜູ້ຕາງໜ້າ ຫວຽດນາມ ປະຈຳ ຕ່າງປະເທດ, ບັນດາສະຫະສະມາຄົມ, ວິສາຫະກິດ.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເປັນປະທານກອງປະຊຸມ (ພາບ: VOV)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຊີ້ແຈ້ງວ່າ ສຳລັບ ຫວຽດນາມ, ເລື່ອງຖືກ ອາເມລິກາ ຈັດວາງອັດຕາພາສີຂຶ້ນເຖິງ 46% ສຳລັບສິນຄ້ານຳເຂົ້າຈາກ ຫວຽດນາມ ໄດ້ສົ່ງຜົນກະທົບຢ່າງຈະແຈ້ງ ແລະ ໂດຍກົງເຖິງການສົ່ງອອກ ແລະ ຊາວຜູ້ອອກແຮງງານ, ວິສາຫະກິດຈຳນວນບໍ່ໜ້ອຍ.  ເຖິງຢ່າງໃດກໍຕາມ, ຫວຽດນາມ ມີຄຸນນະທາດຢ່າງພຽງພໍ, ປັບຕົວຢ່າງມີໄຫວພິບກັບບໍ່ວ່າເຫດການໃດທີ່ເກີດຂຶ້ນໃນໂລກ, ພາກພື້ນ ແລະ ພາຍໃນປະເທດຢ່າງເໝາະສົມ, ມີປະສິດທິຜົນ.

        “ພື້ນຖານເສດຖະກິດຂອງພວກເຮົາຍັງແມ່ນພື້ນຖານເສດຖະກິດຫັນປ່ຽນ. ຫວຽດນາມ ຍັງເປັນປະເທດພວມພັດທະນາ, ຂອບຂະໜາດພື້ນຖານເສດຖະກິດຍັງຈຳກັດຢູ່, ຄວາມສາມາດທົນທານຍັງຈຳກັດ, ໂດຍະສະເພາະແມ່ນຜົນກະທົບຈາກພາຍນອກ. ດັ່ງນັ້ນ, ທຸກການຜັນແປກໍລ້ວນແຕ່ເປັນໂອກາດ. ເຖິງວ່າ ມີບັນດາສິ່ງທ້າທາຍ, ຄວາມຫຍຸ້ງຍາກ… ແຕ່ກໍ່ແມ່ນໂອກາດເພື່ອສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່, ໂອກາດເພື່ອໃຫ້ພວກເຮົາບືນຕົວຂຶ້ນຢ່າງແຮງກວ່າ, ເປັນເຈົ້າການສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ເຕີບໃຫຍ່ກວ່າ”.  

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)

       ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ກະຊວງການຕ່າງປະເທດ, ບັນດາອົງການຕາງໜ້າ ຫວຽດນາມ ປະຈຳຕ່າງປະເທດ ຍູ້ແຮງວຽກງານຄົ້ນຄວ້າ, ລາຍງານສະພາວະ, ໝາກຜົນ ແລະ ຂໍ້ສະເໜີແນະໃຫ້ລັດຖະບານຢ່າງທັນການ. ສືບຕໍ່ຂຸດຄົ້ນບັນດາສັນຍາການຄ້າເລລີ (FTA) ທີ່ມີຢູ່ແລ້ວ ແລະ ຫາກໍ່ລົງນາມຢ່າງມີປະສິດທິຜົນ. ຊຸກຍູ້ວຽກງານພົວພັນຕ່າງປະເທດດ້ານເສດຖະກິດ ສຸມໃສ່ບັນດາຂົ້ວທີ່ສ້າງບາດກ້າວບຸກທະລຸແກ່ການເຕີບໂຕ.

ລ້າຍຮວາ

This site is protected by reCAPTCHA and the Google Privacy Policy and Terms of Service apply.