ຂ່າວເດັ່ນ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ພົບ​ປະ​ກັບທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຈີນ ສີ​ຈີ້ນ​ຜິງ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ພົບ​ປະ​ກັບທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຈີນ ສີ​ຈີ້ນ​ຜິງ

(VOVWORLD) - ຕອນຄ່ຳວັນທີ 14 ເມສາ, ຢູ່ສຳນັກງານສູນກາງພັກ, ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະກັບທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພົບປະກັບທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ (ພາບ: VOV)

ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຢັ້ງຢືນວ່າ ຫວຽດນາມ ຕັດສິນໃຈຊຸກຍູ້ສ້າງປະຊາຄົມພ້ອມກັນແບ່ງປັນອະນາຄົດ ຫວຽດ - ຈີນ; ສະເໜີສອງຝ່າຍຮັກສາການແລກປ່ຽນລະຫວ່າງການນຳຂັ້ນສູງສອງພັກ, ສອງລັດ, ຫັນການພົບປະລະຫວ່າງນາຍົກລັດຖະມົນຕີສອງປະເທດເປັນກົນໄກ; ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ; ສົມທົບກັນ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນບັນດາຂອບເຂດຫຼາຍຝ່າຍ. ທ່ານນາຍົກລັດຖະມົນຕີ ປາດຖະໜາວ່າ ສອງຝ່າຍຍົກສູງຄຸນນະພາບ, ປະສິດທິຜົນການຮ່ວມມືອັນແທດຈິງໃນບັນດາຂົງເຂດ, ໃນນັ້ນ, ໃຫ້ບຸລິມະສິດສູງແກ່ການຮ່ວມມືເສັ້ນທາງລົດໄຟ; ຊຸກຍູ້ການຄ້າພັດທະນາຢ່າງດຸ່ນດ່ຽງ, ຍືນຍົງ, ສ້າງເງື່ອນໄຂໃຫ້ແກ່ຜະລິດຕະພັນກະເສດ ແລະ ສິນຄ້າປະເພດອື່ນໆຂອງ ຫວຽດນາມ ສົ່ງອອກໄປຍັງ ຈີນ. ທ່ານນາຍົກລັດຖະມົນຕີ ກໍສະເໜີໃຫ້ສອງຝ່າຍສືບຕໍ່ສ້າງເສັ້ນຊາຍແດນສັນຕິພາບ, ມິດຕະພາບ, ຮ່ວມມື ແລະ ພດັທະນາ; ຮັກສາສັນຕິພາບ, ສະຖຽນລະພາບຢູ່ທະເລ, ປັບປຸງສະພາບແວດລ້ອມສະດວກໃຫ້ແກ່ການພັດທະນາຂອງແຕ່ລະປະເທດ.

ການພົບປະລະຫວ່າງການນຳສອງປະເທດ (ພາບ: VOV)

        ສ່ວນທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ ປາດຖະໜາວ່າ ສອງຝ່າຍເສີມຂະຫຍາຍບັນດາກົນໄກແລກປ່ຽນສອງຝ່າຍໃຫ້ເປັນຢ່າງດີ; ຕັ້ງໜ້າຊຸກຍູ້ກົນໄກຮ່ວມມືເສັ້ນທາງລົດໄຟລະຫວ່າງສອງປະເທດ; ຢັງຢືນ ຈີນ ພ້ອມແລ້ວທີ່ຈະເປີດກວ້າງການນຳເຂົ້າບັນດາປະເພດຜະລິດຕະພັນກະເສດຂອງ ຫວຽດນາມ, ສະໜັບສະໜູນສອງຝ່າຍເພີ່ມທະວີການຮ່ວມມືໃນຂົງເຂດການສຶກສາ, ສາທາລະນະສຸກ; ຄວບຄຸມຄວາມບໍ່ລົງລອຍກັນຕາມຄວາມຮັບຮູ້ລວມຂອງການນຳຂັ້ນສູງໃຫ້ສົມເຫດສົມຜົນ, ຊຸກຍູ້ການຮ່ວມມືຢູ່ທະເລ.

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ພົບປະກັບທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ (ພາບ: VOV)

        ຕອນບ່າຍຂອງວັນດຽວກັນ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ກໍໄດ້ພົບປະກັບທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ ເຊັ່ນດຽວກັນ.

ລ້າຍຮວາ

This site is protected by reCAPTCHA and the Google Privacy Policy and Terms of Service apply.