ຂ່າວເດັ່ນ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສະ​ເໜີ AstraZeneca ຖ່າຍ​ທອດ​ເຕັກ​ໂນ​ໂລ​ຢີ ວັກ​ຊິນໃຫ້ ຫວຽດນາມ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສະ​ເໜີ AstraZeneca ຖ່າຍ​ທອດ​ເຕັກ​ໂນ​ໂລ​ຢີ ວັກ​ຊິນໃຫ້ ຫວຽດນາມ

(VOVWORLD) - ທ່ານ Nitin Kapoor ໄດ້ຕີລາຄາສູງການນຳພາຢ່າງມີປະສິດທິຜົນຂອງລັດຖະບານ ແລະ ຜົນງານຂອງ ຫວຽດນາມ ໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19. ທ່ານ Nitin Kapoor ມີຄວາມປາດຖະໜາຢາກເພີ່ມທະວີການຮ່ວມມືກັບບັນດາຄູ່ຮ່ວມມືຂອງ ຫວຽດນາມ, ພິເສດແມ່ນຄະນະຊາວໜຸ່ມ.

ການຕ້ອນຮັບທ່ານ Nitin Kapoor, ຮອງປະທານພາກພື້ນ ແລະ ສາກົນ, ຂະແໜງຢາວັກຊິນ ແລະ ພູມຕ້ານທານຂອງກຸ່ມບໍລິສັດ AstraZeneca(ພາບ: VGP)

ຕອນຄ່ຳວັນທີ 05 ມີນາ ຢູ່ ຮ່າໂນ້ຍ, ໃນການຕ້ອນຮັບທ່ານ Nitin Kapoor, ຮອງປະທານພາກພື້ນ ແລະ ສາກົນ, ຂະແໜງຢາວັກຊິນ ແລະ ພູມຕ້ານທານຂອງກຸ່ມບໍລິສັດ AstraZeneca, ປະທານທັງເປັນຜູ້ອຳນວຍການໃຫຍ່ AstraZeneca ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ AstraZeneca ສືບຕໍ່ລົງທຶນ, ຖ່າຍທອດເຕັກໂນລຢີ, ໜູນຊ່ວຍ, ໃຫ້ຄໍາປຶກສາຫາແກ່ ຫວຽດນາມ ໃນການພັດທະນາຂະແໜງວັກຊີນ, ຜະລິດຕະພັນການຢາ, ພັດທະນາການເບິ່ງແຍງສຸຂະພາບຊຸມຊົນຢູ່ ຫວຽດນາມ; ພັດທະນາປ່າ; ປະກອບສ່ວນເຂົ້າໃນການຊ່ວຍໜູນຊີວິດສັງຄົມ, ໜູນຊ່ວຍໃຫ້ແກ່ບັນດາເປົ້າໝາຍທີ່ປະສົບກັບຄວາມຫຍຸ້ງຍາກ.

        ສ່ວນທ່ານ Nitin Kapoor ໄດ້ຕີລາຄາສູງການນຳພາຢ່າງມີປະສິດທິຜົນຂອງລັດຖະບານ ແລະ ຜົນງານຂອງ ຫວຽດນາມ ໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19. ທ່ານ Nitin Kapoor ມີຄວາມປາດຖະໜາຢາກເພີ່ມທະວີການຮ່ວມມືກັບບັນດາຄູ່ຮ່ວມມືຂອງ ຫວຽດນາມ, ພິເສດແມ່ນຄະນະຊາວໜຸ່ມ. ທ່ານໃຫ້ຮູ້ວ່າ AstraZeneca ຈະສືບຕໍ່ຮ່ວມເດີນທາງພ້ອມກັບ ຫວຽດນາມ ໃນການປະຕິບັດບັນດາເປົ້າໝາຍທີ່ໄດ້ວາງອອກ, ໃຫ້ຄຳໝັ້ນສັນຍາໜູນຊ່ວຍ ຫວຽດນາມ ພັດທະນາແບບຍືນຍົງ, ຊຸກຍູ້ການເຕີບໂຕ, ຫຼຸດຜ່ອນການປ່ອຍອາຍພິດກາກບອນລົງເປັນສູນ.

      


This site is protected by reCAPTCHA and the Google Privacy Policy and Terms of Service apply.