ຂ່າວເດັ່ນ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ເສດ​ຖະ​ກິດ​ເອ​ກະ​ຊົນ​ພັດ​ທະ​ນາ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ເສດ​ຖະ​ກິດ​ເອ​ກະ​ຊົນ​ພັດ​ທະ​ນາ

(VOVWORLD) - ຕອນບ່າຍວັນທີ 1 ພະຈິກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານວາລະເຮັດວຽກທີ 2 ຂອງ ຄະນະຊີ້ນຳແຫ່ງຊາດຜັນຂະຫຍາຍມະຕິສະບັບເລກທີ 68 ຂອງກົມການເມືອງກ່ຽວກັບການພັດທະນາເສດຖະກິດເອກະຊົນ.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄໍາເຫັນທີ່ກອງປະຊຸມ

ຕາມການສະຖິຕິແລ້ວ, 10 ເດືອນຕົ້ນປີ 2025, ທົ່ວປະເທດມີວິສາຫະກິດເກືອບ 262.000 ແຫ່ງໄດ້ຈົດທະບຽນສ້າງຕັ້ງໃໝ່ ແລະ ເຄື່ອນໄຫວຄືນໃໝ່, ເພີ່ມຂຶ້ນເກືອບ 30% ເມື່ອທຽບໃສ່ປີ 2024 ດ້ວຍຍອດທຶນປະກອບຕື່ມໃສ່ພື້ນຖານເສດຖະກິດຄາດວ່າບັນລຸກວ່າ 5,1 ລ້ານຕື້ດົ່ງ (ເກືອບ 194 ຕື້ USD), ເພີ່ມຂຶ້ນເກືອບ 99% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024.

        ເມື່ອກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຮຽກຮ້ອງໃຫ້ບັນດາລັດຖະມົນຕີ, ຫົວໜ້າອົງການທຽບເທົ່າກະຊວງ, ປະທານຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນປະຕິບັດມະຕິສະບັບເລກທີ 68 ຢ່າງຂ້ຽວຂາດ. ທ່ານນາຍົກລັດຖະມົນຕີ ກໍຮຽກຮ້ອງໃຫ້ກະຊວງການເງິນຄົ້ນຄວ້າ, ນຳໃຊ້ບັນຍາປະດິດ (AI), ປະກອບຕື່ມບັນດາດັດຊະນີເພື່ອວິເຄາະວິໄຈ, ຄາດຄະເນ, ຮັບໃຊ້ບັນດາວຽກງານຄຸ້ມຄອງໃຫ້ເປັນຢ່າງດີກວ່າ, ຊີ້ນຳຜັນຂະຫຍາຍມະຕິສະບັບເລກທີ 68. ບັນດາວິສາຫະກິດສືບຕໍ່ຄົ້ນຄວ້າ, ສັ່ງຊື້ສິນຄ້າໃນບັນດາຂົງເຂດບຸລິມະສິດເຊັ່ນ ວິທະຍາສາດເຕັກໂນໂລຢີ, ຫັນເປັນດີຈີຕອນ, ນະວັດຕະກຳ, ພັດທະນາພື້ນຖານໂຄງລ່າງຍຸດທະສາດໃນນັ້ນມີເສັ້ນທາງລົດໄຟ, ພື້ນຖານໂຄງລ່າງສະໜາມບິນ, ທ່າກ່ຳປັ່ນ:

        “ພວກຂ້າພະເຈົ້າຖືວ່າ ດ້ວຍຈິດໃຈ “ພວກເຮົາ, ທັງໝົດສາມັກຄີ, ເປັນເອກະພາບ, ມີກຳລັງແຮງລວມ”. ພວກເຮົາລະດົມແຫຼ່ງກຳລັງພັດທະນາ. ເມື່ອປະສົບກັບຄວາມຫຍຸ້ງຍາກ, ຂ້າພະເຈົ້າຫວັງຢ່າງຍິ່ງວ່າ ບັນດາວິສາຫະກິດຈະມີຂໍ້ສະເໜີແນະ. ບັນດາອົງການຄຸ້ມຄອງລັດ, ຕ້ອງອຳນວຍຄວາມສະດວກ, ຮັບຟັງຄຳເຫັນ, ການແບ່ງປັນກັບວິສາຫະກິດ, ພ້ອມກັນຊົມໃຊ້ໝາກຜົນ ແລະ ພ້ອມກັນພັດທະນາ, ພ້ອມກັນມີຄວາມສຸກຄວາມມ່ວນຊື່ນ”.

ລ້າຍຮວາ


This site is protected by reCAPTCHA and the Google Privacy Policy and Terms of Service apply.