ຂ່າວເດັ່ນ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຮ່ວມ​ແຮງ​ຮ່ວມ​ໃຈ​ພັດ​ທະ​ນາ​ຂະ​ແໜງ logistics ທົ່ວ​ໂລກ​​ສີ​ຂຽວ, ດີ​ຈີ​ຕອນ, ອັດ​ສະ​ລິ​ຍະ, ຍືນ​ຍົງ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຮ່ວມ​ແຮງ​ຮ່ວມ​ໃຈ​ພັດ​ທະ​ນາ​ຂະ​ແໜງ logistics ທົ່ວ​ໂລກ​​ສີ​ຂຽວ, ດີ​ຈີ​ຕອນ, ອັດ​ສະ​ລິ​ຍະ, ຍືນ​ຍົງ

(VOVWORLD) - ກ່າວຄຳເຫັນ ຢູ່ກອງປະຊຸມໃຫຍ່, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຊີ້ແຈ້ງວ່າ ໃນສະພາບການປັດຈຸບັນ logistics ນັບມື້ນັບຢັ້ງຢືນໄດ້ບົດບາດແມ່ນສາຍເລືອດ ຂອງ ພື້ນຖານເສດຖະກິດ, ແມ່ນຂົວເຊື່ອມຕໍ່ລະຫວ່າງການຜະລິດ, ການຂົນສົ່ງ, ຈຳໜ່າຍ ແລະ ບໍລິໂພກ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)

ຮ່ວມແຮງຮ່ວມໃຈພັດທະນາຂະແໜງ logistics ທົ່ວໂລກແຫ່ງສີຂຽວ, ດີຈີຕອນ, ອັດສະລິຍະ, ຍືນຍົງ ຜ່ານນັ້ນກໍ່ຊຸກຍູ້ສັນຕິພາບ, ການຮ່ວມມື ແລະ ພັດທະນາລະຫວ່າງບັນດາປະເທດ. ນີ້ແມ່ນສານໂດຍທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເນັ້ນໜັກຢູ່ວາລະປະຊຸມຄົບຄະນະຂອງ ກອງປະຊຸມໃຫຍ່ FIATA World Congress 2025 ທີ່ໄດ້ດຳເນີນໃນຕອນບ່າຍວັນທີ 8 ຕຸລາຢູ່ຮ່າໂນ້ຍ.

ກ່າວຄຳເຫັນ ຢູ່ກອງປະຊຸມໃຫຍ່, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຊີ້ແຈ້ງວ່າ ໃນສະພາບການປັດຈຸບັນ logistics ນັບມື້ນັບຢັ້ງຢືນໄດ້ບົດບາດແມ່ນສາຍເລືອດ ຂອງ ພື້ນຖານເສດຖະກິດ, ແມ່ນຂົວເຊື່ອມຕໍ່ລະຫວ່າງການຜະລິດ, ການຂົນສົ່ງ, ຈຳໜ່າຍ ແລະ ບໍລິໂພກ. ໂດຍແມ່ນປະເທດນອນຢູ່ບັນດາເສັ້ນທາງໃນການເດີນເຮືອ, ການບິນສາກົນ ດ້ວຍຫາດຊາຍຍາວຢຽດກ່ວາ 3.200 ກີໂລແມັດ, ຫວຽດນາມ ກຳນົດ logistics ແມ່ນໜຶ່ງໃນສາມກຳລັງໜູນການເຕີບໂຕ. ທ່ານໃຫ້ຮູ້ວ່າ:

ຍູ້ແຮງການຮ່ວມມືວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ, ຫັນເປັນດີຈີຕອນ ໃນ logistics, ການຮ່ວມມືພັດທະນາ ໂດຍໄວ, ສີຂຽວ, ຍືນຍົງ; ການຮ່ວມມືບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ,  ສ້າງບັນດາສູນ logistics ອັດສະລິຍະ, ເຊືອມຈອດກັນ, ເຊື່ອມຈອດກັບບັນດາສູນ logistics ຂອງບັນດາປະເທດນຳກັນ, ເຊື່ອມຈອດ logistics  ລະຫວ່າງບັນດາປະເທດກັບປະເທດ, ປະເທດ ກັບພາກພື້ນ, ພາກພື້ນ ກັບສາກົນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.