ຂ່າວເດັ່ນ

​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຢ້ຽມ​ຢາມ, ເຮັດ​ວຽກ​ຢູ່​ສະ​ຖາ​ບັນ​ບັນ​ດິດ​ວິ​ທະ​ຍ​າ​ສາດ - ສັງ​ຄົມ ຫວຽດ​ນາມ

​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຢ້ຽມ​ຢາມ, ເຮັດ​ວຽກ​ຢູ່​ສະ​ຖາ​ບັນ​ບັນ​ດິດ​ວິ​ທະ​ຍ​າ​ສາດ - ສັງ​ຄົມ ຫວຽດ​ນາມ

(VOVWORLD) - ຕອນເຊົ້າວັນທີ 24 ກຸມພາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຢ້ຽມຢາມ ແລະ ເຮັດວຽກກັບສະຖາບັນບັນດິດວິທະຍາສາດ - ສັງຄົມ ຫວຽດນາມ.

ທ່ານ ນາຍົກລັດຖະມົນຕີ ຟ້າມມິງຈິງ ຢ້ຽມຢາມ, ເຮັດວຽກຢູ່ສະຖາບັນບັນດິດວິທະຍາສາດ - ສັງຄົມ ຫວຽດນາມ (ພາບ: VOV)

ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຖືວ່າ ໃນສັງກາດບຸກບືນຂອງຊາດ, ພັກກຳນົດ, ພັດທະນາວິທະຍາສາດ, ເຕັກໂນໂລຢີແມ່ນ “ບຸກທະລຸສຳຄັນແຖວໜ້າ”; ການພັດທະນາເສດຖະກິດ, ສັງຄົມ, ປົກປັກຮັກສາສິ່ງແວດລ້ອມສວມບົດບາດເປັນ “ໃຈກາງ”; ພັດທະນາວັດທະນະທຳ, ມະນຸດເປັນ “ພື້ນຖານ”.ໄລຍະຈະມາເຖິງ, ສະຖາບັນບັນດິດວິທະຍາສາດສັງຄົມ ຫວຽດນາມ ສາມັກຄີ, ສຸມໃສ່ຄົ້ນຄວ້າ; ສ້າງປະເທດ ຫວຽດນາມ ເອກະລາດ, ເປັນເຈົ້າຕົນເອງ, ນຳມາເຊິ່ງຊີວິດການເປັນຢູ່ທີ່ອີ່ມໜຳສຳລານສົມບູນພູນສຸກມາໃຫ້ປະຊາຊົນ, ທ່ານກ່າວວ່າ:

        “ວິທະຍາສາດສັງຄົມ ແລະ ວັດທະນະທຳມະນຸດມີບົດບາດສຳຄັນໃນການເພີ່ມພູນຄູນສ້າງພື້ນຖານທາງດ້ານແນວຄິດ, ກຳນົດທິດລະບົບມູນຄ່າ, ພັດທະນາວັດທະນະທຳ ແລະ ພູມປັນຍາສັງຄົມ, ສ້າງກຳລັງແຮງ ແລະ ເສີມຂະຫຍາຍກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ຍົກສູງປະສິດທິຜົນການຮ່ວມມືສາກົນ… ຖັນແຖວບັນດານັກວິທະຍາສາດສັງຄົມ ແມ່ນກຳລັງສຳຄັນ, ປະກອບສ່ວນສະໜອງ “ວິນຍານ” ໃຫ້ແກ່ການພັດທະນາ, ເສີມຂະຫຍາຍສີສັນ, ປັບປຸງກຳລັງແຮງພາຍໃນ ແລະ ຍົກສູງກຳລັງແຮງອ່ອນຂອງຊາດ”.

ລ້າຍຮວາ

This site is protected by reCAPTCHA and the Google Privacy Policy and Terms of Service apply.