ຂ່າວເດັ່ນ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ແລະ ນາ​ຍົກ​ລັດ​ຖະ​ມົນ​ຕີ ສິງ​ກະ​ໂປ ເຂົ້າ​ຮ່ວມ​ພິ​ທີ​ວາງ​ສີ​ລາ​ເລິກ​ໂຄງ​ການ​ກໍ່​ສ້າງ VSIP ໄທ​ບິ່ງ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ແລະ ນາ​ຍົກ​ລັດ​ຖະ​ມົນ​ຕີ ສິງ​ກະ​ໂປ ເຂົ້າ​ຮ່ວມ​ພິ​ທີ​ວາງ​ສີ​ລາ​ເລິກ​ໂຄງ​ການ​ກໍ່​ສ້າງ VSIP ໄທ​ບິ່ງ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ ສອງຝ່າຍໄດ້ເຫັນດີເປັນເອກະພາບຊຸກຍູ້ການກໍ່ສ້າງ ບັນດາ VSIP ລຸ້ນໃໝ່ຕາມທິດຍືນຍົງ, ອັດສະລິຍະ, ຫັນເປັນດີຈີຕອນ, ຫັນເປັນສີຂຽວ ແລະ ໝູນໃຊ້ປັນຍາປະດິດ.

ບັນດາຜູ້ແທນເຂົ້າຮ່ວມ ພິທີວາງສີລາເລິກໂຄງການກໍ່ສ້າງ VSIP ໄທບິ່ງ (ພາບ: VOV)

ຕອນເຊົ້າວັນທີ 26 ມີນາ, ຢູ່ສຳນັກງານລັດຖະບານ, ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ  ທ່ານນາຍົກລັດຖະມົນຕີ ສິງກະໂປ Lawrence Wong ໄດ້ພ້ອມກັນເຂົ້າຮ່ວມພິທີວາງສີລາເລິກໂຄງການກໍ່ສ້າງເຂດອຸດສາຫະກຳ ຫວຽດນາມ -ສິງກະໂປ ໄທບິ່ງ (VSIP ໄທບິ່ງ). ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ ສອງຝ່າຍໄດ້ເຫັນດີເປັນເອກະພາບຊຸກຍູ້ການກໍ່ສ້າງ ບັນດາ VSIP ລຸ້ນໃໝ່ຕາມທິດຍືນຍົງ, ອັດສະລິຍະ, ຫັນເປັນດີຈີຕອນ, ຫັນເປັນສີຂຽວ ແລະ ໝູນໃຊ້ປັນຍາປະດິດ, ຍົກສູງຄວາມຮັບຜິດຊອບຕໍ່ສິ່ງແວດລ້ອມ ແລະ ສັງຄົມຂອງເຂດອຸດສາຫະກຳ:

ພວກຂ້າພະເຈົ້າຢາກສືບຕໍ່ເປີດກວ້າງເຂດ VSIP ນີ້ຈາກລຸ້ນທີໜຶ່ງຈົນຮອດລຸ້ນທີສອງ. ໃນການເຈລະຈາທີ່ປະສົບຜົນສຳເລັດລະຫວ່າງຂ້າພະເຈົ້າ ແລະ ທ່ານ Lawrence Wong ທີ່ໄດ້ດຳເນີນໃນຕອນເຊົ້າມື້ນີ້, ສອງຝ່າຍໄດ້ເຫັນດີເປັນເອກະພາບຍົກລະດັບເຂດອຸດສາຫະກຳ ນີ້ຂຶ້ນເປັນລຸ້ນທີ 2 ເຊິ່ງສະສົມຫຼາຍຢ່າງກ່ວາອີກ.

ສ່ວນທ່ານນາຍົກລັດຖະມົນຕີ ສິງກະໂປ Lawrence Wong ໃຫ້ຮູ້ວ່າ ສອງຝ່າຍຈະພິຈາລະນາບັນດາວິທີການທີ່ແຕກຕ່າງກັນເພື່ອສ້າງ, ພັດທະນາບັນດາເຂດ VSIP ທີ່ອັດສະລິຍະກວ່າ, ຊຸກຍູ້ນະວັດຕະກຳ, ວິທະຍາສາດເຕັກໂນໂລຢີ, ປະຢັດຄ່າໃຊ້ຈ່າຍ, ມີປະສິດທິຜົນກວ່າ, ດີກ່ວາຕໍ່ສິ່ງແວດລ້ອມ, ເປັນສີຂຽວກ່ວາ ກັບບັນດາແຫຼ່ງພະລັງງານທົດແທນ, ໄຟຟ້າສະອາດ.

This site is protected by reCAPTCHA and the Google Privacy Policy and Terms of Service apply.