ຂ່າວເດັ່ນ

ນາ​ຍົກ​ລັດ​ຖະ​ມົນ​ຕີ ອິດ​ສະ​ລາ​ແອັນ ປະ​ກາດ​ແຜນ​ການ​ພາຍຫຼັງ​ສົງ​ຄາມ​ຢູ່​ເຂດກ​າ​ຊາ

ນາ​ຍົກ​ລັດ​ຖະ​ມົນ​ຕີ ອິດ​ສະ​ລາ​ແອັນ ປະ​ກາດ​ແຜນ​ການ​ພາຍຫຼັງ​ສົງ​ຄາມ​ຢູ່​ເຂດກ​າ​ຊາ

(VOVWORLD) - ທ່ານນາຍົກລັດຖະມົນຕີ Benjamin Netanyahu ຢັ້ງຢືນແຜນການໃໝ່ຢູ່ນະຄອນ ກາຊາ ໂດຍ ຄະນະລັດຖະບານກ່ຽວກັບຄວາມໝັ້ນຄົງຫາກໍ່ໃຫ້ສັດຕະຍາບັນ ແມ່ນ “ເສັ້ນທາງທີ່ດີທີ່ສຸດ ແລະ ໄວທີ່ສຸດເພື່ອສິ້ນສຸດການປະທະກັນ” ກັບຂະບວນການ ອິດສະລາມ Hamas

ທ່ານນາຍົກລັດຖະມົນຕີ ອິດສະລາແອັນ Benjamin Netanyahu ກ່າວຄຳເຫັນທີ່ກອງປະຊຸມຖະແຫຼງຂ່າວ
(ພາບ: ABIR SULTAN/Pool qua REUTERS)

ຕອນຄ່ຳວັນທີ 10 ສິງຫາ, ທ່ານນາຍົກລັດຖະມົນຕີ ອິດສະລາແອັນ Benjamin Netanyahu ຈັດກອງປະຊຸມຖະແຫຼງຂ່າວ, ໃນສະພາບການລັດຖະບານປະເທດນີ້ປະສົບກັບການຕຳໜິຕິຕຽນ ຈາກທົ່ວປະເທດ ແລະ ສາກົນກ່ຽວຂ້ອງເຖິງການຕັດສິນຂອງຄະນະລັດຖະບານກ່ຽວກັບຄວາມໝັ້ນຄົງວ່າດ້ວຍການເປີດກວ້າງບັ້ນການທະຫານຂອງກຳລັງປ້ອງກັນ ອິດສະລາແອັນ (IDF) ຢູ່ນະຄອນ ກາຊາ. ທີ່ກອງປະຊຸມຖະແຫຼງຂ່າວກັບສື່ມວນຊົນສາກົນ ຢູ່ນະຄອນ Jerusalem, ທ່ານນາຍົກລັດຖະມົນຕີ Benjamin Netanyahu ຢັ້ງຢືນແຜນການໃໝ່ຢູ່ນະຄອນ ກາຊາ ໂດຍ ຄະນະລັດຖະບານກ່ຽວກັບຄວາມໝັ້ນຄົງຫາກໍ່ໃຫ້ສັດຕະຍາບັນ ແມ່ນ “ເສັ້ນທາງທີ່ດີທີ່ສຸດ ແລະ ໄວທີ່ສຸດເພື່ອສິ້ນສຸດການປະທະກັນ” ກັບຂະບວນການ ອິດສະລາມ Hamas.

This site is protected by reCAPTCHA and the Google Privacy Policy and Terms of Service apply.