ຂ່າວເດັ່ນ

ນາ​ຍົກ​ລັດ​ຖະ​ມົນ​ຕີ ລົງ​ຢ້ຽມ​ຢາມ, ມອບ​ຂອງ​ຂວັນ​ໃຫ້​ແກ່​ປະ​ຊາ​ຊົນ​ເຂດ​ຕັ້ງ​ຖິ່ນ​ຖານ​ຄົງ​ທີ່​ໃໝ່​ຢູ່​ບ້ານ ກ໋ວ​າງ​ດຶກ

ນາ​ຍົກ​ລັດ​ຖະ​ມົນ​ຕີ ລົງ​ຢ້ຽມ​ຢາມ, ມອບ​ຂອງ​ຂວັນ​ໃຫ້​ແກ່​ປະ​ຊາ​ຊົນ​ເຂດ​ຕັ້ງ​ຖິ່ນ​ຖານ​ຄົງ​ທີ່​ໃໝ່​ຢູ່​ບ້ານ ກ໋ວ​າງ​ດຶກ

(VOVWORLD) - ບັນດາຄອບຄົວສະແດງຄວາມປະຕິຊົມຊື່ນເມື່ອໄດ້ດຳລົງຊີວິດບໍ່ພຽງແຕ່ໃນເຮືອນຫຼັງໃໝ່ເທົ່ານັ້ນ ຫາກຍັງໄດ້ຮັບຂອງຂວັນທີ່ມີຄວາມໝາຍຢ່າງແທ້ຈິງຄື: ໂທລະພາບ, ຕູ້ເຢັນ… ໂດຍບັນດາຫົວໜ່ວຍມອບໃຫ້ເພື່ອຕ້ອນຮັບລະດູບານໃໝ່ປີມະເມຍ 2026 ຢ່າງອົບອຸ່ນ.

ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ມອບຂອງຂວັນໃຫ້ແກ່ປະຊາຊົນເຂດຕັ້ງຖິ່ນຖານຄົງທີ່ໃໝ່ຢູ່ບ້ານ ກ໋ວາງດຶກ (ພາບ: VOV)

ວັນທີ 1 ມີນາ, ໃນໂຄງການປະຕິບັດງານຢູ່ ແຂວງ ດັກລັກ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ລົງຢ້ຽມຢາມ, ມອບຂອງຂວັນໃຫ້ບັນດາຄອບຄົວຖືກຜົນເສຍຫາຍຍ້ອນຝົນຕົກນ້ຳຖ້ວມໃນປີ 2025, ປັດຈຸບັນໄດ້ສັບຊ້ອນເຮືອນຫຼັງໃໝ່ຢູ່ ເຂດຕັ້ງຖິ່ນຖານຄົງທີ່ຢູ່ບ້ານກ໋ວາງດອກ, ຕາແສງຕຸຍອານນາມ. ນະທີ່ນີ້, ບັນດາຄອບຄົວສະແດງຄວາມປະຕິຊົມຊື່ນເມື່ອໄດ້ດຳລົງຊີວິດບໍ່ພຽງແຕ່ໃນເຮືອນຫຼັງໃໝ່ເທົ່ານັ້ນ ຫາກຍັງໄດ້ຮັບຂອງຂວັນທີ່ມີຄວາມໝາຍຢ່າງແທ້ຈິງຄື: ໂທລະພາບ, ຕູ້ເຢັນ… ໂດຍບັນດາຫົວໜ່ວຍມອບໃຫ້ເພື່ອຕ້ອນຮັບລະດູບານໃໝ່ປີມະເມຍ 2026 ຢ່າງອົບອຸ່ນ. ທີ່ການຢ້ຽມຢາມ, ໂອ້ລົມກັບປະຊາຊົນຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງວ່າ:

ເວລາຜ່ານມາ ການສ້າງເຂດຕັ້ງຖິ່ນຖານຄົງທີ່ໄດ້ເຮັດດີພໍສົມຄວນ, ປັດຈຸບັນຕ້ອງຮີບດ່ວນວາງແຜນກຳນົດໃຫ້ງາມຕາ. ທີສອງແມ່ນຕົ້ນໄມ້. ທີສາມແມ່ນວັດຖຸອຸປະກອນກ່ຽວກັບວັດທະນະທຳ, ການດຳລົງຊີວິດວົງຄະນະຍາດ. ກ່ຽວກັບບ່ອນເຝົາເດັກ, ໂຮງຮຽນອະນຸບານ, ການສຶກສາ ຕ້ອງພິຈາລະນາບ່ອນໃດສະດວກ ກໍ່ສ້າງເຮືອນໃຫ້ພວກນ້ອງໄປຮຽນ. ຂ້າພະເຈົ້າ ເຊີດຊູພໍ່ແມ່ປະຊາຊົນທັງຮ່ວມເດີນທາງ, ຮ່ວມຈິດຮ່ວມໃຈກັບພັກ, ລັດ ເພື່ອກໍ່ສ້າງສຳເລັດເຮືອນຢູ່.

This site is protected by reCAPTCHA and the Google Privacy Policy and Terms of Service apply.