ຂ່າວເດັ່ນ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ກະ​ຕຸ້ນ​ເສດ​ຖະ​ກິດ, ສະ​ກັດ​ກັ້ນ​ໄພ​ເງິນ​ເຟີ້

ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ກະ​ຕຸ້ນ​ເສດ​ຖະ​ກິດ, ສະ​ກັດ​ກັ້ນ​ໄພ​ເງິນ​ເຟີ້

(VOVWORLD) - ວັນທີ 21 ຕຸລາ, ທ່ານນາງ Sanae Takaichi ນາຍົກລັດຖະມົນຕີ ຄົນໃໝ່ ຍີ່ປຸ່ນ ຖະແຫຼງວ່າ ຈະຊີ້ນຳບັນດາເຈົ້າໜ້າທີ່ລັດຖະບານຮຽບຮຽງບ້ວງກະຕຸ້ນເສດຖະກິດໂດຍໄວ ເພື່ອແນໃສ່ຮັບມືກັບສະພາບການຄ່າຄອງຊີບເພີ່ມຂຶ້ນ.

  ເມື່ອກ່າວຄຳເຫັນໃນກອງປະຊຸມຖະແຫຼງການຢູ່ນະຄອນຫຼວງ ໂຕກຽວ, ທ່ານນາງ Sanae Takaichi ເນັ້ນໜັກວ່າ ລັດຖະບານຂອງທ່ານນາງ ຈະໃຫ້ບຸລິມະສິດຕໍ່ບັນດານະໂຍບາຍເສດຖະກິດ ແທນທີ່ເລືອກເອົາກໍລະນີຍຸບເລີກສະພາຕ່ຳ ເພື່ອຈັດຕັ້ງການເລືອກຕັ້ງກ່ອນກຳນົດເວລາ. ທ່ານນາງ ຊີ້ແຈ້ງວ່າ ຈະລົບລ້າງພາສີສົ່ງອອກຊົ່ວຄາວສຳລັບນ້ຳມັນ ແລະ ເພີ່ມລະດັບລາຍຮັບທີ່ບໍ່ຕ້ອງເສຍພາສີຈາກລະດັບປັດຈຸບັນແມ່ນ 1,03 ລ້ານ ຢຽນ (ປະມານ 6.800 USD) ຜ່ານການຮັບຟັງຄຳເຫັນຈາກບັນດາພັກຝ່າຍຄ້ານ. ບັນດາມາດຕະການເສດຖະກິດນີ້ ຈະຊ່ວຍເພີ່ມລາຍຮັບໃຫ້ແກ່ປະຊາຊົນ ແລະ ຫຼຸດຜ່ອນພາລະແບກຫາບໃຫ້ແກ່ບັນດາຄອບຄົວ.

        ສຳລັບດ້ານພົວພັນທາງການທູດ, ທ່ານນາງ Sanae Takaichi ມີຄວາມປາດຖະໜາ ຢາກພົບປະກັບການນຳຂອງບັນດາປະເທດອື່ນໃນກອງປະຊຸມທີ່ກ່ຽວຂ້ອງເຖິງ ອາຊຽນ ເຊິ່ງຈະຈັດຂຶ້ນຢູ່ ມາເລເຊຍ ໃນທ້າຍອາທິດນີ້ ແລະ ກອງປະຊຸມສຸດຍອດ ເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ທີ່ຈະດຳເນີນໃນທ້າຍເດືອນນີ້ຢູ່ ສ.ເກົາຫຼີ.


This site is protected by reCAPTCHA and the Google Privacy Policy and Terms of Service apply.