ຂ່າວເດັ່ນ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຮຽກ​ຮ້ອງ​ແກ້​ໄຂ​ບັນ​ດາ​ຂໍ້​ຕິດ​ຂັດ​ຢ່າງ​ທັນ​ທີ​ເພື່ອ​ພັດ​ທະ​ນາ​ໄຟ​ຟ້າ​ນິວ​ເຄຼຍ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຮຽກ​ຮ້ອງ​ແກ້​ໄຂ​ບັນ​ດາ​ຂໍ້​ຕິດ​ຂັດ​ຢ່າງ​ທັນ​ທີ​ເພື່ອ​ພັດ​ທະ​ນາ​ໄຟ​ຟ້າ​ນິວ​ເຄຼຍ

(VOVWORLD) - ຕອນບ່າຍວັນທີ 22 ຕຸລາ, ຢູ່ສຳນັກງານລັດຖະບານ ຮ່າໂນ້ຍ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ, ຫົວໜ້າຄະນະຊີ້ນຳການກໍ່ສ້າງໂຮງງານໄຟຟ້ານິວເຄຼຍ ເປັນປະທານກອງປະຊຸມຄັ້ງທີ 3.

ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)

ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງວ່າ ຄວາມໝັ້ນຄົງດ້ານພະລັງງານແຫ່ງຊາດ, ການສະໜອງໄຟຟ້າຢ່າງພຽງພໍເປັນປົກກະຕິ ແມ່ນຄວາມຮຽກຮ້ອງຕ້ອງການທີ່ຈຳເປັນ ແລະ ພັດທະນາເສດຖະກິດ. ແຜນນະໂຍບາຍໃນໄລຍະຈະມາເຖິງ ແມ່ນສຸມໃສ່ພັດທະນາເຕັກໂນໂລຢີສູງ, ຜະລິດຊິບ, ສ້າງບັນດາສູນຂໍ້ມູນໃຫຍ່ແຫ່ງຊາດ, ກໍ່ສ້າງລະບົບເສັ້ນທາງລົດໄຟຄວາມໄວສູງ, ເສັ້ນທາງລົດໄຟໃນຕົວເມືອງ… ດັ່ງນັ້ນ ຄວາມຕ້ອງການນຳໃຊ້ໄຟຟ້າແມ່ນສູງທີ່ສຸດ, ຕ້ອງພັດທະນາບັນດາແຫຼ່ງໄຟຟ້າໂດຍດ່ວນ. ໂດຍຊີ້ແຈ້ງເຖິງເລື່ອງກົມການເມືອງປະກາດໃຊ້ມະຕິເລກທີ 70 ກ່ຽວກັບການຮັບປະກັນຄວາມໝັ້ນຄົງດ້ານພະລັງງານຮອດປີ 2030, ວິໄສທັດຮອດປີ 2045, ທ່ານນາຍົກລັດຖະມົນຕີ ໄດ້ຊີ້ນຳຜັນຂະຫຍາຍບັນດາໂຄງການໄຟຟ້ານິວເຄຼຍ ນິງທ້ວນ 1 ແລະ ນິງທ້ວນ 2 ກັບບັນດາຄູ່ຮ່ວມມືທີ່ເໝາະສົມຢ່າງຮີບດ່ວນ ເພື່ອຮັບປະກັນຜົນປະໂຫຍດສູງສຸດຂອງ ຫວຽດນາມ.

This site is protected by reCAPTCHA and the Google Privacy Policy and Terms of Service apply.