ຂ່າວເດັ່ນ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຮຽກ​ຮ້ອງ​ປະ​ຕິ​ບັດ​ສຳ​ເລັດ​ພື້ນ​ຖານ​ຂໍ້​ມູນ​ທຸກ​ຂັ້ນ, ທຸກ​ຂະ​ແໜງ​ການ​ໃນ​ປີ​ນີ້

ນາ​ຍົກ​ລັດ​ຖະ​ມົນ​ຕີ ຮຽກ​ຮ້ອງ​ປະ​ຕິ​ບັດ​ສຳ​ເລັດ​ພື້ນ​ຖານ​ຂໍ້​ມູນ​ທຸກ​ຂັ້ນ, ທຸກ​ຂະ​ແໜງ​ການ​ໃນ​ປີ​ນີ້

(VOVWORLD) - ຢູ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຊີ້ແຈ້ງວ່າ ບັນດາມະຕິຂອງກົມການເມືອງ ທີ່ຫາກໍ່ປະກາດໃຊ້ລ້ວນແຕ່ກ່ຽວຂ້ອງເຖິງວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ, ການຫັນເປັນດີຈີຕອນ.

 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)

ຕອນບ່າຍວັນທີ 24 ກັນຍາ, ຢູ່ສຳນັກງານລັດຖະບານ, ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມຄັ້ງທີ 4 ຂອງ ຄະນະຊີ້ນຳຂອງລັດຖະບານກ່ຽວກັບການພັດທະນາວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ. ກອງປະຊຸມໄດ້ເຊື່ອມຕໍ່ອອນລາຍກັບ 34 ແຫ່ງໃນທົ່ວປະເທດ. ຢູ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຊີ້ແຈ້ງວ່າ ບັນດາມະຕິຂອງກົມການເມືອງ ທີ່ຫາກໍ່ປະກາດໃຊ້ລ້ວນແຕ່ກ່ຽວຂ້ອງເຖິງວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ, ການຫັນເປັນດີຈີຕອນ, ດັ່ງນັ້ນ ຕ້ອງຍາດແຍ່ງແຕ່ລະວັນ, ແຕ່ລະຊົ່ວໂມງເພື່ອນຳວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນ ເຂົ້າທຸກການເຄື່ອນໄຫວ. ທ່ານເນັ້ນໜັ້ກວ່າ ພື້ນຖານຂໍ້ມູນແມ່ນສົ້ນເຂົ້າສຳຄັນທີ່ສຸດ, ເປັນແຫຼ່ງກຳລັງໃໝ່, ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ຮີບດ່ວນສ້າງສຳເລັດພື້ນຖານຂໍ້ມູນຂອງທຸກຂັ້ນ, ທຸກຂະແໜງການໃນປີນີ້.

This site is protected by reCAPTCHA and the Google Privacy Policy and Terms of Service apply.