ຂ່າວເດັ່ນ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຢູ​ແກຼນ ຍື່ນ​ສະ​ເໜີ​ໃບ​ຄຳ​ຮ້ອງ​ລາ​ອອກ​ຈາກ​ຕຳ​ແໜ່ງ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຢູ​ແກຼນ ຍື່ນ​ສະ​ເໜີ​ໃບ​ຄຳ​ຮ້ອງ​ລາ​ອອກ​ຈາກ​ຕຳ​ແໜ່ງ

(VOVWORLD) - ຕາມແຫຼ່ງຂ່າວຈຳນວນໜຶ່ງ, ວັນທີ 15 ກໍລະກົດ, ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ໄດ້ສະເໜີທ່ານນາງ Yulia Svyrydenko ຮອງນາຍົກລັດຖະມົນຕີທີໜຶ່ງ ທັງເປັນລັດຖະມົນຕີກະຊວງເສດຖະກິດ ຮັບດຳລົງຕຳແໜ່ງເປັນຜູ້ນຳໜ້າລັດຖະບານໃໝ່.

  ວັນທີ 15 ກໍລະກົດ, ທ່ານນາຍົກລັດຖະມົນຕີ ຢູແກຼນ, ທ່ານ Denys Shmyhal  ແຈ້ງໃຫ້ຊາບວ່າ ໄດ້ຍື່ນສະເໜີໃບຄຳຮ້ອງລາອອກຈາກຕຳແໜ່ງ, ການກະທຳດັ່ງກ່າວໄດ້ເປີດທາງໃຫ້ແກ່ການປະຕິຮູບຄະນະລັດຖະບານດ້ວຍຂອບຂະໜາດໃຫຍ່ ເຊິ່ງຄາດວ່າຈະດຳເນີນໃນອາທິດນີ້. ກ່ອນໜ້ານັ້ນ, ສື່ມວນຊົນ ຢູແກຼນ ໄດ້ຄັດສະເໜີບັນດາແຫຼ່ງຂ່າວຈາກສະພາແຫ່ງຊາດ ແລະ ລັດຖະບານ ໂດຍໃຫ້ຮູ້ວ່າ ສະພາແຫ່ງຊາດປະເທດນີ້ ຄາດວ່າຈະຍົກເລີກອາຍຸການລັດຖະບານປັດຈຸບັນ ໃນວັນທີ 16 ກໍລະກົດ ແລະ ແຕ່ງຕັ້ງຄະນະລັດຖະບານໃໝ່ໃນວັນທີ 17 ກໍລະກົດ.

        ຕາມແຫຼ່ງຂ່າວຈຳນວນໜຶ່ງ, ວັນທີ 15 ກໍລະກົດ, ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ໄດ້ສະເໜີທ່ານນາງ Yulia Svyrydenko  ຮອງນາຍົກລັດຖະມົນຕີທີໜຶ່ງ ທັງເປັນລັດຖະມົນຕີກະຊວງເສດຖະກິດ  ຮັບດຳລົງຕຳແໜ່ງເປັນຜູ້ນຳໜ້າລັດຖະບານໃໝ່. ໃນສື່ສັງຄົມອອນໄລ X, ທ່ານ Zelensky ໃຫ້ຮູ້ວ່າ ການປະຕິຮູບຄະນະລັດຖະບານຄັ້ງນີ້ ເພື່ອແນໃສ່ຊຸກຍູ້ຄວາມສາມາດບົ່ມຊ້ອນດ້ານເສດຖະກິດ, ເປີດກວ້າງການໜູນຊ່ວຍສັງຄົມ ແລະ ເພີ່ມຂອບຂະໜາດການຜະລິດດ້ານປ້ອງກັນຊາດ. ໃນຖະແຫຼງການອື່ນທີ່ໄດ້ປະກາດໃນວັນດຽວກັນ, ທ່ານປະທານາທິບໍດີ Zelensky ຖືວ່າ ດ້ວຍບັນດາບົດຮຽນປະສົບການໃນໄລຍະເປັນນາຍົກລັດຖະມົນຕີ, ທ່ານ Shmyhal ຈະມີບົດບາດທີ່ພົ້ນເດັ່ນໃນຕຳແໜ່ງເປັນລັດຖະມົນຕີກະຊວງປ້ອງກັນປະເທດ.

      

This site is protected by reCAPTCHA and the Google Privacy Policy and Terms of Service apply.