ຂ່າວເດັ່ນ

ນາ​ຍົກລັດ​ຖະ​ມົ​ນ​ຕີ ຮຽກ​ຮ້ອງ​ຕ້ອງ​ເປັນ​ເຈົ້າ​ການ​ຮັບ​ມື​ກັບ​ຄວາ​ມ​ສ່ຽງເກີດຝົນ​ຕົກ​ນ້ຳ​ຖ້ວມ, ດິນ​ເຊາະ​ເຈື່ອນ​ຍ້ອນ​ຜົນ​ກະ​ທົບ​ຂອງ​ພາ​ຍຸ Matmo

ນາ​ຍົກລັດ​ຖະ​ມົ​ນ​ຕີ ຮຽກ​ຮ້ອງ​ຕ້ອງ​ເປັນ​ເຈົ້າ​ການ​ຮັບ​ມື​ກັບ​ຄວາ​ມ​ສ່ຽງເກີດຝົນ​ຕົກ​ນ້ຳ​ຖ້ວມ, ດິນ​ເຊາະ​ເຈື່ອນ​ຍ້ອນ​ຜົນ​ກະ​ທົບ​ຂອງ​ພາ​ຍຸ Matmo

(VOVWORLD) - ຕອນເຊົ້າວັນທີ 6 ຕຸລາ, ທ່ານນາຍົກລັດຖະຖະມົນຕີ ໄດ້ເຊັ່ນປະກາດໃຊ້ໂທລະເລກກ່ຽວກັບຄວາມເປັນເຈົ້າການຮັບມືກັບຄວາມສ່ຽງເກີດຝົນຕົກ, ນ້ຳຖ້ວມ, ນ້ຳແກ່ງ, ດິນເຊາະເຈື່ອນຍ້ອນຜົນກະທົບຂອງ ພາຍຸ Matmo.

ພາບປະກອບ: VGP

ເພື່ອຮັບປະກັນຄວາມປອດໄພດ້ານຊີວິດອິນຊີ, ຈຳກັດຜົນເສຍຫາຍກ່ຽວກັບຊັບສິນຂອງປະຊາຊົນ, ທ່ານນາຍົກລັກຖະມົນຕີ ຮຽກຮ້ອງ, ລັດຖະມົນຕີບັນດາກະຊວງ, ປະທານຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນ ເຂດພາກເໜືອ ແລະ ແຂວງແທັງຮ່ວາບໍ່ໄດ້ປະໝາດ, ຕ້ອງຜັນຂະຫຍາຍການຮັບມືກັບພາຍຸ Matmo ສຸມໃສ່ຊີ້ນຳຕິດຕາມສະພາບການຢ່າງແໜ້ນແຟ້ນ, ອັດເດັບເປັນປະຈຳ, ຕໍ່ເນື່ອງຜັນຂະຫຍາຍຢ່າງທັນການ, ມີປະສິດທິຜົນ, ຄົບຊຸດບັນດາມາດຕະການປ້ອງກັນ, ຕ້ານ, ຮັບມືກັບສະພາບຝົນຕົກຖ້ວມແກ່ງຖ້ວມ, ດິນເຊາະເຈື່ອນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.