ຂ່າວເດັ່ນ

ນາຍົກລັດຖະມົນຕີ ຟ້າມມິງຈີງ ເປັນປະທານກອງປະຊຸມເພື່ອກະກຽມການເຈລະຈາການຄ້າກັບອາເມລິກາ

ນາຍົກລັດຖະມົນຕີ ຟ້າມມິງຈີງ ເປັນປະທານກອງປະຊຸມເພື່ອກະກຽມການເຈລະຈາການຄ້າກັບອາເມລິກາ

(VOVWORLD) -ຕອນບ່າຍວັນທີ 6 ພຶດສະພາ, ຢູ່ສໍານັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ໄດ້ເປັນປະທານກອງປະຊຸມກັບບັນດາກະຊວງ, ຂະແໜງການ, ອົງການທີ່ກ່ຽວຂ້ອງກ່ຽວກັບການກະກຽມການເຈລະຈາ ແລະ ຊຸກຍູ້ການພົວພັນດ້ານການຄ້າໃຫ້ມີຄວາມສົມດຸນ, ໝັ້ນຄົງ ແລະ ຍືນຍົງ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງກ່າວຄຳເຫັນທີ່ກອງປະຊຸມ

    ກ່າວຄຳເຫັນທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ຊີ້ແຈ້ງວ່າ, ດ້ດ້ວທິດນຳ“ຜົນປະໂຫຍດກົມກຽວ, ແບ່ງປັນຄວາມສ່ຽງ”, ຍາມໃດກໍຕ້ອງໄດ້ຮັບການເຈລະຈາເພື່ອແນໃສ່ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງຫວຽດນາມ, ແຕ່ພ້ອມກັນນັ້ນ ກໍຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງຝ່າຍ ອາເມລິກາ, ສອດຄ່ອງກັບຜົນປະໂຫຍດຂອງສອງຝ່າຍ, ມຸ່ງໄປເຖິງການຄ້າສອງຝ່າຍສົມດຸນ ແລະ ຍືນຍົງ.

    ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ກະຊວງຕຳຫຼວດ, ກະຊວງປ້ອງກັນປະເທດ... ຮີບຮ້ອນແກ້ໄຂບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ເຈລະຈາກັບຝ່າຍ ອາເມລິກາ ເພື່ອຊື້ພາຫະນະອຸປະກອນ, ສິນຄ້າທີ່ສອງຝ່າຍມີທ່າແຮງ ແລະ ຕ້ອງການ, ປະກອບສ່ວນເຂົ້າໃນການດຸ່ນດ່ຽງການຄ້າແບບຍືນຍົງເທື່ອລະກ້າວ. ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ກະຊວງອຸດສາຫະກຳ ແລະ ການຄ້າ ຍື່ນສະເໜີດຳລັດວ່າດ້ວຍການຄວບຄຸມການຄ້າຍຸດທະສາດ ເພື່ອອຳນວຍຄວາມສະດວກໃຫ້ແກ່ການນຳເຂົ້າສິນຄ້າເຕັກໂນໂລຢີສູງຈາກ ອາເມລິກາ. ສຳລັບກະຊວງການເງິນ, ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ພິຈາລະນາການສົ່ງເງິນອາກອນມູນຄ່າເພີ່ມຄືນໃຫ້ແກ່ບັນດາວິສາຫະກິດ, ໃນນັ້ນມີວິສາຫະກິດອາເມລິກາ. 

This site is protected by reCAPTCHA and the Google Privacy Policy and Terms of Service apply.