ຂ່າວເດັ່ນ

ນາຍົກລັດຖະມົນຕີ: ປະຊາຄົມວິສາຫະກິດບຸກທະລຸ ແລະປະດິດຄິດສ້າງເພື່ອປະກອບສ່ວນໃນການພັດທະນາຂອງປະເທດຊາດ

ນາຍົກລັດຖະມົນຕີ: ປະຊາຄົມວິສາຫະກິດບຸກທະລຸ ແລະປະດິດຄິດສ້າງເພື່ອປະກອບສ່ວນໃນການພັດທະນາຂອງປະເທດຊາດ

(VOVWORLD) -ຕອນບ່າຍວັນທີ 30/8, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ໄດ້ເປັນປະທານກອງປະຊຸມລະຫວ່າງນາຍົກລັດຖະມົນຕີ ແລະ ວິສາຫະກິດ ດ້ວຍຫົວຂໍ້ “80 ປີແຫ່ງວິສາຫະກິດຮ່ວມເດີນທາງພ້ອມກັບປະເທດຊາດ”.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ  ພົບປະກັບບັນດານັກທຸລະກິດ

     ກອງປະຊຸມແມ່ນເວທີປາໄສສຳຄັນເພື່ອໃຫ້ລັດຖະບານຮັບຟັງຄຳເຫັນຈາກວິສາຫະກິດ. ດ້ວຍເຫດນັ້ນ, ບັນດາກົນໄກ ແລະ ນະໂຍບາຍທີ່ດີເລີດເພື່ອຊຸກຍູ້ການສົມທົບກັນຢ່າງແໜ້ນແຟ້ນໃນການພັດທະນາເສດຖະກິດ - ສັງຄົມ.

     ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ເນັ້ນໜັກວ່າ: ບັນດາວິສາຫະກິດ ແລະ ຄະນະຜູ້ປະກອບການນັບມື້ນັບພັດທະນາຢ່າງແຂງແຮງ; ຍາມໃດກໍເສີມຂະຫຍາຍບົດບາດ ແລະ ພາລະກຳນຳພາ ແລະ ບຸກເບີກໃນການພັດທະນາເສດຖະກິດ - ສັງຄົມ ແລະ ການເຊື່ອມໂຍງເຂົ້າກັບໂລກຢ່າງເລິກເຊິ່ງ. ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ບັນດາວິສາຫະກິດສືບຕໍ່ພ້ອມກັບລັດຖະບານ, ພ້ອມກັນມານະພະຍາຍາມຊອກຫາທິດກ້າວເດີນທີ່ກ້າຫານ, ມີຫົວຄິດປະດິດສ້າງ, ເພື່ອປະກອບສ່ວນເຂົ້າໃນການພັດທະນາປະເທດຊາດ.
ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ປະຊາຄົມວິສາຫະກິດ ແລະ ນັກລົງທຶນຫວຽດນາມ ຮ່ວມເດີນທາງພ້ອມກັບລັດຖະບານ, ເພື່ອແນໃສ່ສ້າງສາປະເທດຫວຽດນາມ ໃຫ້ໝັ້ນຄົງເຂັ້ມແຂງ, ແລະ ຜາສຸກ. 

This site is protected by reCAPTCHA and the Google Privacy Policy and Terms of Service apply.