ຂ່າວເດັ່ນ

ນະຄອນ ດ່າລາດ ຮັບ 2 ລາງວັນໃຫຍ່ໃນ Festival ອາຊີ 2025

ນະຄອນ ດ່າລາດ ຮັບ 2 ລາງວັນໃຫຍ່ໃນ Festival ອາຊີ 2025

(VOVWORLD) - ນະຄອນ ດ່າລາດ ຍັງໄດ້ຮັບການເຊີດຊູວ່າແມ່ນ “Festival ເປັນມິດກັບສິ່ງແວດລ້ອມທີ່ສຸດ” ໂດຍສະຫະສະມາຄົມ Festival ແລະ ເຫດການສາກົນ ອາຊີ (IFEA ASIA) ຄັດເລືອກ.

ນະຄອນ ດ່າລາດ ຮັບ 2 ລາງວັນໃຫຍ່ໃນ Festival ອາຊີ 2025
(ພາບປະກອບ: TTXVN)

        ນະຄອນ ດ່າລາດ ຮັບ 2 ລາງວັນໃຫຍ່ໃນ Festival ອາຊີ 2025, ນັ້ນແມ່ນ: “Festival ດອກໄມ້ ແລະ ເຂດສວນອາຊີ 2025” ແລະ ລາງວັນ ສຸດຍອດອາຊີ. ລາງວັນໄດ້ມອບໃນຕອນຄ່ຳວັນທີ 20 ມີນາ, ທີ່ກອງປະຊຸມສຸດຍອດ Festival ທົ່ວໂລກປີ 2025, ຢູ່ສູນກອງປະຊຸມ HICO ທີ່ Gyeongju, ສ.ເກົາຫຼີ. ນອກນັ້ນ, ນະຄອນ ດ່າລາດ ຍັງໄດ້ຮັບການເຊີດຊູວ່າແມ່ນ “Festival ເປັນມິດກັບສິ່ງແວດລ້ອມທີ່ສຸດ” ໂດຍສະຫະສະມາຄົມ Festival ແລະ ເຫດການສາກົນ ອາຊີ (IFEA ASIA) ຄັດເລືອກ.

        ນີ້ແມ່ນປີທີ 2 ຢ່າງລຽນຕິດ, ທີ່ນະຄອນ ດ່າລາດ ໄດ້ຮັບການເຊີດຊູດ້ວຍລາງວັນສາກົນທີ່ມີອິດທິພົນຊື່ສຽງນີ້, ສືບຕໍ່ຢັ້ງຢືນທີ່ຕັ້ງຂອງທ້ອງຖິ່ນໃນແຜນທີ່ບັນດາງານບຸນພົ້ນເດັ່ນຂອງພາກພື້ນ. ນັບແຕ່ປີ 2005 ມາຮອດປະຈຸບັນ, ນະຄອນ ດ່າລາດ ໄດ້ຈັດ Festival ດອກໄມ້ 10 ຄັ້ງ. ແຕ່ລະຄັ້ງ Festival ດອກໄມ້ລ້ວນແຕ່ມີຫົວຂໍ້ ແລະ ສານສະເພາະ, ປະກອບສ່ວນສ້າງຊື່ສຽງໃຫ້ແກ່ ດ່າລາດ ແມ່ນ “ນະຄອນ Festival ດອກໄມ້ ຫວຽດນາມ”.

This site is protected by reCAPTCHA and the Google Privacy Policy and Terms of Service apply.