ຂ່າວເດັ່ນ

ນະຄອນ ໂຮ່ຈີມິນ ປັບປຸງທີ່ຕັ້ງເປັນສູນສົ່ງອອກໃນໄລຍະໃໝ່

ນະຄອນ ໂຮ່ຈີມິນ ປັບປຸງທີ່ຕັ້ງເປັນສູນສົ່ງອອກໃນໄລຍະໃໝ່

(VOVWORLD) - ໄລ່ລວມໃນໄລຍະ 2021 – 2025, ຍອດວົງເງິນສົ່ງອອກ - ນຳເຂົ້າຂອງນະຄອນໄດ້ເພີ່ມຂຶ້ນແຕ່ 80,26 ຕື້ USD ເປັນ 95,8 ຕື້ USD; ການນຳເຂົ້າເພີ່ມຂຶ້ນຈາກ 79,73 ຕື້ USD ເປັນ 98,2 ຕື້ USD.

ຈຸດເນັ້ນຂອງນະຄອນ ໂຮ່ຈີມິນ ແມ່ນເປີດກວ້າງຕະຫຼາດໃໝ່
(ພາບປະກອບ)

ໃນສະພາບການຄ້າທົ່ວໂລກມີການຜັນແປຢ່າງແຮງ, ຮົ້ວກີດຂວາງດ້ານເຕັກນິກເພີ່ມຂຶ້ນ, ຄວາມຮຽກຮ້ອງຫັນເປັນສີຂຽວ ແລະ ການດັດປັບນະໂຍບາຍພາສີອາກອນຢູ່ພື້ນຖານເສດຖະກິດໃຫຍ່ຈຳນວນໜຶ່ງ, ການເຄື່ອນໄຫວສົ່ງອອກຂອງນະຄອນ ໂຮ່ຈິມິນ ຍັງຮັກສາທ່າເຕີບໂຕຢ່າງຕັ້ງໜ້າ.

ໄລ່ລວມໃນໄລຍະ 2021 – 2025, ຍອດວົງເງິນສົ່ງອອກ - ນຳເຂົ້າຂອງນະຄອນໄດ້ເພີ່ມຂຶ້ນແຕ່ 80,26 ຕື້ USD ເປັນ 95,8 ຕື້ USD; ການນຳເຂົ້າເພີ່ມຂຶ້ນຈາກ 79,73 ຕື້ USD ເປັນ 98,2 ຕື້ USD. ໂຄງປະກອບການສົ່ງອອກ - ນຳເຂົ້າສືບຕໍ່ຫັນເປັນຫຼາຍຮູບຫຼາຍແບບ, ສຸມໃສ່ບັນດາໝວດອຸດສາຫະກຳປຸງແຕ່ງ, ຜະລິດເປັນຫຼັກ, ຄື: ເອກເລັກໂຕນິກ, ຄອມພິວເຕີ, ເຄື່ອງອາໄຫຼ່, ກົນຈັກ, ອຸປະກອນ, ເຄື່ອງຕ່ຳແຜ່ນຕັດຫຍິບ, ເກີບໜັງ… ກ່ຽວກັບຕະຫຼາດ, ສິນຄ້າຂອງນະຄອນຮັກສາທ່າເຕີບໂຕຢູ່ ອາເມລິກາ, ສະຫະພາບ ເອີລົບ, ຈີນ, ຍີ່ປຸ່ນ, ສ.ເກົາຫຼີ; ພ້ອມກັນນັ້ນ ກໍ່ເປີດກວ້າງອອກສູ່ບັນດາຕະຫຼາດຢູ່ໃນສັນຍາການຄ້າເສລີ (FTAs) ແລະ ໃນເບື້ອງຕົ້ນໄດ້ແຊກຊຶມຕະຫຼາດຕາເວັນອອກກາງ, ອາຟະລິກາໃຕ້, ອາຟະລິກາ.

ກ້າວເຂົ້າສູ່ໄລຍະໃໝ່, ພ້ອມກັບການຮັກສາການມີໜ້າຢູ່ ອາເມລິກາ, ຈີນ, ອີຢູ, ຍີ່ປຸ່ນ, ສ.ເກົາຫຼີ, ຈຸດເນັ້ນຂອງນະຄອນ ໂຮ່ຈີມິນ ແມ່ນເປີດກວ້າງຕະຫຼາດໃໝ່, ຈຸດສຸມຄື ຕາເວັນອອກກາງ, ອາຊີໃຕ້, ອາຟະລິກາ, ອາເມລິກາ ລາຕິງ ແລະ ບັນດາຕະຫຼາດທີ່ມີມາດຕະຖານສູງ.

This site is protected by reCAPTCHA and the Google Privacy Policy and Terms of Service apply.