ຂ່າວເດັ່ນ

ນຳ​ເສດ​ຖະ​ກິດ​ເອ​ກະຊົນ​ກາຍ​ເປັນ​ກຳ​ລັງ​ໜູນ​ສຳ​ຄັນ​ທີ່​ສຸດ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ​ແຫ່ງ​ຊາດ

ນຳ​ເສດ​ຖະ​ກິດ​ເອ​ກະຊົນ​ກາຍ​ເປັນ​ກຳ​ລັງ​ໜູນ​ສຳ​ຄັນ​ທີ່​ສຸດ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ​ແຫ່ງ​ຊາດ

(VOVWORLD) - ປະຊາຄົມວິສາຫະກິດເອກະຊົນຕ້ອງປະຕິບັດ “3 ເນື້ອໃນປະຈັນບານ”, “2 ເຕີບໃຫຍ່ເຂັ້ມແຂງ” ເພື່ອບັນລຸໃຫ້ໄດ້ເປົ້າໝາຍລຸລ່ວງນັ້ນແມ່ນ “ເສດຖະກິດເອກະຊົນແມ່ນກຳລັງໜູນສຳຄັນທີ່ສຸດຂອງພື້ນຖານເສດຖະກິດແຫ່ງຊາດ”, ປະສານສົມທົບຢ່າງກົມກ່ຽວ, ມີປະສິດທຜົນ ດ້ວຍເສດຖະກິດພາກລັດເປັນແກ່ນສານ.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ  ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV5)

ຕອນບ່າຍວັນທີ 10 ຕຸລາ, ຢູ່ຮ່າໂນ້ຍ, ເມື່ອກ່າວຄຳເຫັນໃນລາຍການ ພາບລວມເສດຖະກິດເອກະຊົນ ຫວຽດນາມ ຄັ້ງທີ I ແລະ ຂໍ້ລິເລີ່ມ “ພາກລັດພາກເອກະຊົນ - ສ້າງສາປະເທດຊາດ, ຮຸ່ງເຮືອງເຂັ້ມແຂງ - ວັດທະນາຖາວອນ”, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ປາດຖະໜາວ່າ ປະຊາຄົມວິສາຫະກິດເອກະຊົນຕ້ອງປະຕິບັດ “3 ເນື້ອໃນປະຈັນບານ”, “2 ເຕີບໃຫຍ່ເຂັ້ມແຂງ” ເພື່ອບັນລຸໃຫ້ໄດ້ເປົ້າໝາຍລຸລ່ວງນັ້ນແມ່ນ “ເສດຖະກິດເອກະຊົນແມ່ນກຳລັງໜູນສຳຄັນທີ່ສຸດຂອງພື້ນຖານເສດຖະກິດແຫ່ງຊາດ”, ປະສານສົມທົບຢ່າງກົມກ່ຽວ, ມີປະສິດທຜົນ ດ້ວຍເສດຖະກິດພາກລັດເປັນແກ່ນສານ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຊີ້ແຈ້ງວ່າ:

        “ທີໜຶ່ງແມ່ນເຕີບໃຫຍ່ຢ່າງເຂັ້ມແຂງຜ່ານຜ່າຕົນເອງ, ຜ່ານຜ່າຂໍ້ຈຳກັດຂອງຕົນ ເພື່ອພັດທະນາຢ່າງວ່ອງໄວ, ເຂັ້ມແຂງກວ່າອີກ, ປະກອບສ່ວນພັດທະນາເສດຖະກິດສີຂຽວ, ເສດຖະກິດີຈີຕອນ, ເສດຖະກິດປະດິດຄິດສ້າງ… ເນື້ອໃນເຕີບໂຕເຂັ້ມແຂງທີສອງແມ່ນ, ໃນທຸກການເຄື່ອນໄຫວຂອງພວກເຮົາຕ້ອງເຕີບໃຫຍ່ເຂັ້ມແຂງ, ແກ້ງແຍ້ງຢ່າງຍຸຕິທຳ, ຊື່ກົງຈະແຈ້ງ, ເຂົ້າຮ່ວມລະບົບມູນຄ່າພາກພື້ນ ແລະ ທົ່ວໂລກຢ່າງເລິກເຊິ່ງກວ່າ ແລະ ບືນຕົວຂຶ້ນ, ດ້ວຍຈິດໃຈຫັນຕະຫຼາດ, ຜະລິດຕະພັນ, ລະບົບສະໜອງເປັນຫຼາຍຮູບຫຼາຍແບບ. ດ້ວຍຈິດໃຈມອງກວ້າງເຫັນໄກ, ຄິດເລິກກະທຳຢ່າງໃຫຍ່ຫຼວງ”.

This site is protected by reCAPTCHA and the Google Privacy Policy and Terms of Service apply.