ຂ່າວເດັ່ນ

ນຳ ກ​ວາງ​ນິງ ກາຍ​ເປັນ​ຈຸດ​ນັດ​ພົບ​ການ​ທ່ອງ​ທ່ຽວ​ສະ​ໜິດ​ຕິດ​ພັນ​ກັບ​ຊາວ​ອິດ​ສະ​ລາມ

ນຳ ກ​ວາງ​ນິງ ກາຍ​ເປັນ​ຈຸດ​ນັດ​ພົບ​ການ​ທ່ອງ​ທ່ຽວ​ສະ​ໜິດ​ຕິດ​ພັນ​ກັບ​ຊາວ​ອິດ​ສະ​ລາມ

(VOVWORLD) - ບັນດາຜູ້ແທນໄດ້ເຮັດແຈ້ງບັນດາເນື້ອໃນກ່ຽວກັບການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ ຕອບສະໜອງຄວາມຕ້ອງການຂອງການທ່ອງທ່ຽວສະໜິດຕິດພັນກັບຊາວອິດສະລາມ;

(ພາບ:baoquangninh.vn )

    ກອງປະຊຸມສຳມະນາດ້ວຍຫົວເລື່ອງ “ພັດທະນາແຂວງ ກວາງນິງ ເປັນໜຶ່ງໃນບັນດາຈຸດນັດພົບການທ່ອງທ່ຽວ ສະໜິດຕິດພັນກັບຊາວອິດສະລາມ ອັນດັບໜຶ່ງຢູ່ ຫວຽດນາມ” ຈັດຂຶ້ນໃນຕອນເຊົ້າຂອງວັນທີ 30 ພຶດສະພາ ຢູ່ນະຄອນ ຮະລອງ ແຂວງ ກວາງນິງ. ເຫດການມີການເຂົ້າຮ່ວມຂອງຜູ້ແທນກ່ວາ 200 ທ່ານທັງຢູ່ພາຍໃນ ແລະ ຕ່າງປະເທດ, ໃນນັ້ນ ມີຜູ້ຕາງໜ້າສະຖານທູດບັນດາປະເທດມີຊາວອິດສະລາມເປັນຈຳນວນຫຼາຍຄື: Pakistan, Iran, Iraq, UAE, Algeria, Kazakhstan...

   ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນໄດ້ເຮັດແຈ້ງບັນດາເນື້ອໃນກ່ຽວກັບການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ ຕອບສະໜອງຄວາມຕ້ອງການຂອງການທ່ອງທ່ຽວສະໜິດຕິດພັນກັບຊາວອິດສະລາມ; ມາດຕະການ, ລາຍການກະທຳ, ນະໂຍບາຍດຶງດູດການລົງທຶນ ແລະ ພັດທະນາການທ່ອງທ່ຽວ ສະໜິດຕິດພັນກັບຊາວອິດສະລາມຂອງແຂວງ ກວາງນິງ ແລະ ທົ່ວປະເທດ.

This site is protected by reCAPTCHA and the Google Privacy Policy and Terms of Service apply.