ຂ່າວເດັ່ນ

ນຳ​ການ​ພົວ​ພັນ ຫວຽດ​ນາມ - ນິວ​ຊີ​ແລນ ພັດ​ທະ​ນາ​ຢ່າງ​ຮອບ​ດ້ານ ແລະ ເລິກ​ເຊິ່ງ​ກ່​ວາ​ເກົ່າ

ນຳ​ການ​ພົວ​ພັນ ຫວຽດ​ນາມ - ນິວ​ຊີ​ແລນ ພັດ​ທະ​ນາ​ຢ່າງ​ຮອບ​ດ້ານ ແລະ ເລິກ​ເຊິ່ງ​ກ່​ວາ​ເກົ່າ

(VOVWORLD) - ຕອນບ່າຍວັນທີ 26 ກຸມພາ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ເລືອງເກືອງ ໄດ້ໃຫ້ການຕ້ອນຮັບທ່ານ Christopher Luxon ນາຍົກລັດຖະມົນຕີ ນິວຊີແລນ ເນື່ອງໃນໂອກາດມາຢ້ຽມຢາມ ຫວຽດນາມ ແລະ ເຂົ້າຮ່ວມເວທີປາໄສອະນາຄົດ ອາຊຽນ ຄັ້ງທີ 2.

ທ່ານປະທານປະເທດ ຫວຽດນາມ ເລືອງເກືອງ ໃຫ້ການຕ້ອນຮັບທ່ານ Christopher Luxon ນາຍົກລັດຖະມົນຕີ ນິວຊີແລນ

ທ່ານປະທານປະເທດ ເລືອງເກືອງ ເນັ້ນໜັກວ່າ ການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ Christopher Luxon ໄດ້ປະກອບສ່ວນສ້າງກຳລັງໜູນໃໝ່, ນຳການພົວພັນສອງປະເທດຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ກົງກັບໂອກາດສອງປະເທດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1975 - 2025). ທ່ານປະທານປະເທດ ຖືວ່າ ການຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ໄດ້ເປີດໄລຍະການຮ່ວມມືໃໝ່, ນຳການພົວພັນສອງປະເທດພັດທະນາຢ່າງຮອບດ້ານ ແລະ ເລິກເຊິ່ງກວ່າເກົ່າ, ທັງໃນດ້ານສອງຝ່າຍ ແລະ ຫຼາຍຝ່າຍ. ທ່ານປະທານປະເທດເລືອງເກືອງກໍ່ສະແດງຄວາມຂອບອົກຂອບໃຈລັດຖະບານ ນິວຊີແລນ ທີ່ໄດ້ເພີ່ມ 56%ທຶນການສຶກສາໃຫ້ແກ່ນັກສຶກສາ, ນັກຮຽນຫວຽດນາມ ແລະ ສະເໜີນິວຊີແລນສືບຕໍ່ໜູນຊ່ວຍ ຫວຽດນາມໃນການຖ່າຍທອດເຕັກໂນໂລຢີ, ບຳລຸງສ້າງນັກຊ່ຽວຊານ, ຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ.

ສ່ວນທ່ານນາຍົກລັດຖະມົນຕີ  ນິວຊີແລນໄດ້ສະແດງຄວາມປະທັບໃຈຕໍ່ການພັດທະນາຢ່າງແຮງຂອງ ຫວຽດນາມໃນຊຸມປີຜ່ານມາ ແລະ ຢັ້ງຢືນຄວາມປາດຖະໜາຢາກເພີ່ມທະວີການພົວພັນຮ່ວມມືກັບ ຫວຽດນາມຢ່າງບໍ່ຢຸດຢັ້ງ. ທ່ານນາຍົກລັດຖະມົນຕີ Christopher Luxon ໄດ້ຢັ້ງຢືນຄືນໃໝ່ການສະໜັບສະໜູນ ແລະ ໜູນຊ່ວຍຂອງ ນິວຊີແລນໃຫ້ແກ່ ຫວຽດນາມໃນບົດບາດເປັນປະເທດເຈົ້າພາບ APEC ປີ 2027.

This site is protected by reCAPTCHA and the Google Privacy Policy and Terms of Service apply.