ຂ່າວເດັ່ນ

ນຳ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ຫວຽດ​ນາມ ແລະ ມາ​ເລ​ເຊຍໃຫ້​ນັບ​ມື້​ນັບ​ເລິກ​ເຊິ່ງ

ນຳ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ຫວຽດ​ນາມ ແລະ ມາ​ເລ​ເຊຍໃຫ້​ນັບ​ມື້​ນັບ​ເລິກ​ເຊິ່ງ

(VOVWORLD) - ການນຳສອງຝ່າຍໄດ້ເນັ້ນໜັກເຖິງລະດັບຄວາມສຳຄັນຂອງການສ້າງກຳລັງໜູນໃໝ່ໃນການນຳການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດໃຫ້ນັບມື້ນັບເລິກເຊິ່ງກວ່າອີກ, ພິເສດແມ່ນການຜັນຂະຫຍາຍໂຄງການກະທຳຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານໄລຍະ 2025 – 2030.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ ມາເລເຊຍ Anwar Ibrahim (ພາບ: VOV)

ວັນທີ 6 ກໍລະກົດ, ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດ BRICS ເປີດກວ້າງຢູ່ນະຄອນ Rio de Janeiro, ບຣາຊິນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ມີການພົບປະກັບທ່ານນາຍົກລັດຖະມົນຕີ ມາເລເຊຍ Anwar Ibrahim.

ທີ່ການພົບປະ, ການນຳສອງຝ່າຍໄດ້ເນັ້ນໜັກເຖິງລະດັບຄວາມສຳຄັນຂອງການສ້າງກຳລັງໜູນໃໝ່ໃນການນຳການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດໃຫ້ນັບມື້ນັບເລິກເຊິ່ງກວ່າອີກ, ພິເສດແມ່ນການຜັນຂະຫຍາຍໂຄງການກະທຳຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານໄລຍະ 2025 – 2030. ບົນຈິດໃຈນັ້ນ, ສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ແລກປ່ຽນຄະນະຜູ້ແທນ, ພົບປະຂັ້ນສູງ ແລະ ທຸກຂັ້ນໃນທຸກຊ່ອງທາງ, ສືບຕໍ່ຜັນຂະຫຍາຍບັນດາກົນໄກຮ່ວມມືສອງຝ່າຍຢ່າງມີປະສິດທິຜົນ. ນາຍົກລັດຖະມົນຕີ ສອງທ່ານໄດ້ເຫັນດີເປັນເອກະພາບຊຸກຍູ້ການຮ່ວມມືດ້ານເສດຖະກິດ - ການຄ້າ, ການລົງທຶນ, ໃນນັ້ນເພີ່ມທະວີການສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ການນຳເຂົ້າສົ່ງອອກສິນຄ້າປະເພດຕ່າງໆທີ່ສອງຝ່າຍມີຄວາມສາມາດບົ່ມຊ້ອນຄືກະສິກຳ, ສິນໃນນ້ຳ, ອາຫານ, ເຄື່ອງອາໄຫຼ່ເອເລັກໂຕນິກ, ວັດສະດຸກໍ່ສ້າງ; ຊຸກຍູ້ການຮ່ວມມືດ້ານກະສິກຳ, ອາຊີບຫາປາ, ຄ້ຳປະກັນຄວາມໝັ້ນຄົງດ້ານສະບຽງອາຫານ, ການຮ່ວມມືດ້ານພະລັງງານ, ນ້ຳມັນອາຍແກັດ, ການສົ່ງພະລັງງານໄຟຟ້າລະຫວ່າງບັນດາປະເທດ ອາຊຽນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.