ຂ່າວເດັ່ນ

ນຳ​ການ​ຮ່ວມ​ມືດ້ານເສດ​ຖະ​ກິດ, ການ​ຄ້າ ແລະ ການ​ລົງ​ທຶນ​ກາຍ​ເປັນ​ເສົາ​ຄ້ຳ​ໃຈ​ກາງ​ໃນ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດ​ນາມ - ບຸນ​ກາ​ຣີ

ນຳ​ການ​ຮ່ວມ​ມືດ້ານເສດ​ຖະ​ກິດ, ການ​ຄ້າ ແລະ ການ​ລົງ​ທຶນ​ກາຍ​ເປັນ​ເສົາ​ຄ້ຳ​ໃຈ​ກາງ​ໃນ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດ​ນາມ - ບຸນ​ກາ​ຣີ

(VOVWORLD) - ໃນການພົບປະສົນທະນາທີ່ດຳເນີນຢູ່ນະຄອນຫຼວງ Sofia, ບຸນກາຣີ ວັນທີ 23 ຕຸລາ, ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຄອມມູນິດ ຫວຽດນາມ ແລະ ທ່ານ Rumen Radev ປະທານາບໍດີ ບຸນກາຣີ ໄດ້ຕົກລົງເປັນເອກະພາບຖະແຫຼງຍົກການພົວພັນ ຫວຽດນາມ - ບຸນກາຣີ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດ. ດ້ວຍການຕົກລົງນີ້, ບຸນກາຣີ ກາຍເປັນປະເທດທຳອິດໃນເຂດ Balkan ທີ່ມີສາຍພົວພັນຄູ່ຮ່ວມມືຍຸດທະສາດກັບ ຫວຽດນາມ.

ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຄອມມູນິດ ຫວຽດນາມ ແລະ ທ່ານ Rumen Radev  ປະທານາບໍດີ ບຸນກາຣີ ຕົກລົງເປັນເອກະພາບຖະແຫຼງຍົກການພົວພັນ ຫວຽດນາມ - ບຸນກາຣີ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດ

        ກໍໃນການພົບປະສົນທະນາ, ການນຳສອງທ່ານໄດ້ເປັນເອກະສັນນຳການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນກາຍເປັນເສົາຄ້ຳໃຈກາງໃນການພົວພັນຄູ່ຮ່ວມມືຍຸດທະສາດ. ສອງຝ່າຍເຫັນດີເປັນເອກະພາບຊຸກຍູ້ການພົວພັນດ້ານການຄ້າ, ການລົງທຶນຢ່າງແຮງ ໂດຍຜ່ານການເປີດປະຕູຕະຫຼາດໃຫ້ກັນ; ໝູນໃຊ້ສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA), ດ້ວຍເປົ້າໝາຍເພີ່ມວົງເງິນການຄ້າສອງຝ່າຍຂຶ້ນທົບ 2 ເທົ່າໃນຊຸມປີຈະມາເຖິງ. ສອງຝ່າຍພ້ອມແລ້ວທີ່ຈະເປັນ “ປະຕູ” ໃຫ້ແກ່ສິນຄ້າຂອງ ຫວຽດນາມ ແລະ ບຸນກາຣີ ແຊກຊຶມເຂົ້າຕະຫຼາດ ອາຊຽນ ແລະ ອີຢູ. ກ່ຽວຂ້ອງເຖິງການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ສອງຝ່າຍເຫັນດີເປັນເອກະພາບຍູ້ແຮງການຮ່ວມມືທາງດ້ານການສຶກສາບຳລຸງສ້າງ, ຂົງເຂດຮັກສາສັນຕິພາບ ສປຊ, ຄວາມປອດໄພທາງໄຊເບີ, ເສນາຮັກ...

        ກ່ຽວກັບສະພາບການສາກົນ ແລະ ພາກພື້ນ, ການນຳສອງທ່ານໄດ້ແບ່ງປັນຫຼັກໝັ້ນ ແລະ ວິໄສທັດກ່ຽວກັບການແກ້ໄຂບັນດາບັນຫາ ແລະ ຮັບມືກັບສິ່ງທ້າທາຍໃນປັດຈຸບັນ.

        ໂອກາດນີ້, 2 ປະເທດໄດ້ອອກຖະແຫຼງການຮ່ວມກ່ຽວກັບການສ້າງສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ ແລະ ບຸນກາຣີ.

ວັນຫຽວ

This site is protected by reCAPTCHA and the Google Privacy Policy and Terms of Service apply.