ຂ່າວເດັ່ນ

ນ້ຳ​ຖ້ວມ​ຢູ່ຫຼາຍ​ທ້ອງ​ຖິ່ນ​ເຂດ​ພາກ​ເໜືອ ມີ​ລະ​ດັບ​ສູງ​ທີ່​ສຸດ​ໃນ​ປະ​ຫວັດ​ສາດ

ນ້ຳ​ຖ້ວມ​ຢູ່ຫຼາຍ​ທ້ອງ​ຖິ່ນ​ເຂດ​ພາກ​ເໜືອ ມີ​ລະ​ດັບ​ສູງ​ທີ່​ສຸດ​ໃນ​ປະ​ຫວັດ​ສາດ

(VOVWORLD) - ຕາມການລາຍງານເບື້ອງຕົ້ນ ຂອງໄທງວຽນ ມາຮອດຕອນບ່າຍວັນທີ 8 ຕຸລາ, ທົ່ວແຂວງ ໄທງວຽນມີ 4 ຄົນເສຍຊີວິດ, 2 ຄົນຫາຍສາບສູນ ແລະ 2 ຄົນຖືກບາດເຈັບ, ມີເຮືອນປະມານ 200.000 ຫຼັງຖືກນ້ຳຖ້ວມ…

ໂຮງຮຽນມັດທະຍົມຕອນປາຍກິນນອນ ຊົນເຜົ່າ ນາຣີ ຖືກນ້ຳຖ້ວມ (ພາບ: VOV)

ຕາມແຈ້ງການຂອງສູນອຸຕຸນິຍົມ ອຸທົກກະສາດ ແຫ່ງຊາດ, ປັດຈຸບັນມີ 74 ຕາແສງ ຂອງ 4 ແຂວງເຂດພາກເໜືອແມ່ນ ໄທງວຽນ, ກາວບັ່ງ, ບັກນິງ ແລະ ລ້າງເຊີນ ຖືກນ້້ຳຖ້ວມຢ່າງໜັກໜ່ວງ, ມີບ່ອນເລິກທີ່ສຸດແມ່ນ 3 ແມັດ, ໃນນັ້ນມີ ໄທງວຽນ ຄາດວ່າຍັງຈະຖືກນ້ຳຖ້ວມໃນ 2 – 3 ມື້ຈະມາເຖິງ, ບັກນິງນ້ຳຂຶ້ນສູງກ່ວາລະດັບສູງທີ່ສຸດໃນປະຫວັດສາດເມື່ອປີ 1986, ມີລະດັບສູງທີ່ສຸດໃນ ຕອນເຊົ້າວັນທີ 9 ກັນຍາ.

ຢູ່ໄທງວຽນ, ຕາມການຄາດຄະເນຂອງອົງການວິຊາການ ແຂວງ ໄທງວຽນແລ້ວ, ສະພາບການນ້ຳຖ້ວມຢູ່ບັນດາຕາແສງໃຈກາງແຂວງ ຈະຍັງສືບຕໍ່ໃນຫຼາຍມື້ຈະມາເຖິງ. ຕາມການລາຍງານເບື້ອງຕົ້ນ ຂອງໄທງວຽນ ມາຮອດຕອນບ່າຍວັນທີ 8 ຕຸລາ, ທົ່ວແຂວງ ໄທງວຽນມີ 4 ຄົນເສຍຊີວິດ, 2 ຄົນຫາຍສາບສູນ ແລະ 2 ຄົນຖືກບາດເຈັບ, ມີເຮືອນປະມານ 200.000 ຫຼັງຖືກນ້ຳຖ້ວມ…ຢູ່ຫຼາຍທ້ອງຖິ່ນ, ນ້ຳຖ້ວມຍັງຢູ່ລະດັບສູງ, ຫຼາຍຄອບຄົວຍັງຖືກຕັດຂາດຈາກພາຍນອກທ່າມກາງນ້ຳຖ້ວມ. ທ່ານ ດິງກວາງຕວຽນ, ປະທານແນວໂຮມປະເທດຊາດ ຫວຽດນາມ ແຂວງໄທງວຽນເວົ້າວ່າ:

ປັດຈຸບັນ, ຈິດໃຈຫຼັກໃນເບື້ອງຕົ້ນ ແມ່ນກອບກູ້ ແລະ ນຳສົ່ງປະຊາຊົນໄປຍັງເຂດປອດໄພ ແລະ ບຳບັດນ້ຳ ຢູ່ບັນດາເຂດຖືກນ້ຳຖ້ວມ, ພ້ອມທັງໜູນຊ່ວຍອາຫານການກິນ ໃຫ້ແກ່ປະຊາຊົນ. ເຖິງຢ່າງໃດກໍຕາມ, ປັດຈຸບັນ ພວກເຮົາພວມປະສົບກັບຄວາມຫຍຸ້ງຍາກ ໃນການເຕົ້າໂຮມອາຫານການກິນ ກໍ່ຄືເຄື່ອງໃຊ້ທີ່ຈຳເປັນອື່ນໆ, ຍ້ອນວ່າທຸກບ່ອນລ້ວນແຕ່ຖືກນ້ຳຖ້ວມ.

This site is protected by reCAPTCHA and the Google Privacy Policy and Terms of Service apply.