ຂ່າວເດັ່ນ

ນຳວົງເງິນການຄ້າ ຫວຽດນາມ - ກຳປູເຈຍ ບັນລຸ 20 ຕື້ USD ໂດຍໄວ

ນຳວົງເງິນການຄ້າ ຫວຽດນາມ - ກຳປູເຈຍ ບັນລຸ 20 ຕື້ USD ໂດຍໄວ

(VOVWORLD) -ກະຊວງອຸດສາຫະກຳການຄ້າ ຫວຽດນາມ ແລະ ກະຊວງການຄ້າ ກຳປູເຈຍ ຈະມານະພະຍາຍາມນຳວົງເງິນການຄ້າສອງຝ່າຍບັນລຸ 20 ຕື້ USD ໂດຍໄວ, ປະກອບສ່ວນເຂົ້າໃນການພັດທະນາດ້ານການຄ້າສອງຝ່າຍ, ໃນພາກພື້ນ ອາຊຽນ ແລະ ໃນໂລກ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບລັດຖະມົນຕີກະຊວງການຄ້າ ກຳປູເຈຍ (ພາບ: VOV)

ຕອນຄ່ຳວັນທີ 28 ເມສາ ທີ່ ສຳນັກງານລັດຖະບານ, ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານນາງ Cham Nimul, ລັດຖະມົນຕີກະຊວງການຄ້າ ກຳປູເຈຍ ແລະ ບັນດາພະນັກງານຂັ້ນສູງຂອງກະຊວງໃນການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ນະທີ່ນີ້ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຖືວ່າ: ຂໍ້ຕົກລົງຊຸກຍູ້ດ້ານການຄ້າສອງຝ່າຍ ລະຫວ່າງ ລັດຖະບານ ຫວຽດນາມ ແລະ ລັດຖະບານ ກຳປູເຈຍ ໄລຍະ 2025-2026 ແມ່ນ ເອກະສານດ້ານນິຕິກຳສຳຄັນ, ສ້າງເງື່ອນໄຂສະດວກໃຫ້ແກ່ດ້ານການຄ້າຜ່ານບັນດາບຸລິມະສິດພາສີ, ຂຸດຄົ້ນລັກສະນະເພີ່ມເຕີມຂອງສອງພື້ນຖານເສດຖະກິດ, ເພີ່ມທະວີການເຊື່ອມຕໍ່ລະບົບສະຫນອງ, ສ້າງພື້ນຖານເພື່ອໃຫ້ສອງປະເທດບັນລຸໄດ້ຄາດໝາຍ 20 ຕື້ USD ໃນໄລຍະຈະມາເຖິງໂດຍໄວ.

ທ່ານນາຍົກລັດຖະມົນຕີ ສະເຫນີ ກະຊວງການຄ້າ ອຸດສາຫະກຳສອງປະເທດ ສືບຕໍ່ຫັນບັນດາຂໍ້ຕົກລົງຂັ້ນສູງເປັນລະອຽດ, ຊຸກຍູ້ການເຊື່ອມຕໍ່ສອງພື້ນຖານເສດຖະກິດ, ເຊື່ອມຕໍ່ພື້ນຖານໂຄງລ່າງ, ການຄ້າ, ການລົງທຶນ.

ສ່ວນທ່ານລັດຖະມົນຕີກະຊວງການຄ້າ ກຳປູເຈຍ ນາງ Cham Nimul ຢືນຢັນ: ກະຊວງອຸດສາຫະກຳການຄ້າ ຫວຽດນາມ ແລະ ກະຊວງການຄ້າ ກຳປູເຈຍ ຈະມານະພະຍາຍາມນຳວົງເງິນການຄ້າສອງຝ່າຍບັນລຸ 20 ຕື້ USD ໂດຍໄວ, ປະກອບສ່ວນເຂົ້າໃນການພັດທະນາດ້ານການຄ້າສອງຝ່າຍ, ໃນພາກພື້ນ ອາຊຽນ ແລະ ໃນໂລກ.

This site is protected by reCAPTCHA and the Google Privacy Policy and Terms of Service apply.