ຂ່າວເດັ່ນ

NASA ຈະ​ຢຸດ​ຊົ່ວ​ຄາວ​ໂຄງ​ການ​ກໍ່​ສ້າງ​ສະ​ຖາ​ນີ​ອາ​ວະ​ກາດ​ໃນ​ວົງ​ໂຄ​ຈອນດວງ​ຈັນ

NASA ຈະ​ຢຸດ​ຊົ່ວ​ຄາວ​ໂຄງ​ການ​ກໍ່​ສ້າງ​ສະ​ຖາ​ນີ​ອາ​ວະ​ກາດ​ໃນ​ວົງ​ໂຄ​ຈອນດວງ​ຈັນ

(VOVWORLD) - ວັນທີ 24 ມີນາ, ທ່ານ Jared Isaacman ຜູ້ອຳນວຍການອົງການການບິນອາວະກາດ ອາເມລິກາ (NASA) ໃຫ້ຮູ້ວ່າ ອົງການນີ້ ມີແຜນການຢຸດຕິຊົ່ວຄາວໂຄງການ Gateway ທີ່ເຄີຍແນໃສ່ສ້າງສະຖານີອາວະກາດໃນວົງໂຄຈອນດວງຈັນ ແລະ ແທນທີ່ນັ້ນແມ່ນຈະສຸມໃສ່ສ້າງ “ຖານທີ່ໝັ້ນ” ໃນໜ້າດວງຈັນ.

ຕາມທ່ານ Jared Isaacman  ແລ້ວ, ເຖິງວ່າປະສົບກັບຄວາມຫຍຸ້ງຍາກຈຳນວນໜຶ່ງກ່ຽວກັບອຸປະກອນກໍຕາມ, ແຕ່ NASA ຈະນຳໃຊ້ຄືນບັນດາອຸປະກອນທີ່ເໝາະສົມ ແລະ ຮຽກຮ້ອງໃຫ້ບັນດາຄູ່ຮ່ວມມືສາກົນໃຫ້ການໜູນຊ່ວຍເພື່ອບັນລຸໄດ້ບັນດາເປົ້າໝາຍນີ້. ອົງການອາວະກາດເອີຣົບ (ESA) ພ້ອມກັບບັນດາອົງການຈັດຕັ້ງສາກົນອື່ນ ແມ່ນບັນດາຄູ່ຮ່ວມມືໃນໂຄງການ Gateway.

NASA ຍົກອອກແຈ້ງການດັ່ງກ່າວ ພາຍຫຼັງທີ່ປ່ຽນແປງໂຄງການພະຈົນໄພ ດວງຈັນ Artemis ທີ່ເຄີຍແນໃສ່ສົ່ງຄົນ ອາເມລິກາ ກັບຄືນສູ່ດວງຈັນ ແລະ ສ້າງການມີໜ້າຍາວນານຢູ່ຫັ້ນ.   

This site is protected by reCAPTCHA and the Google Privacy Policy and Terms of Service apply.