ຂ່າວເດັ່ນ

NATO ຈະ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ແຜນ​ການ​ສັນ​ຕິ​ພາບ​ຂອງ ຢູ​ແກຼນ

NATO ຈະ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ແຜນ​ການ​ສັນ​ຕິ​ພາບ​ຂອງ ຢູ​ແກຼນ

(VOVWORLD) - ບັນດາລັດຖະມົນຕີກະຊວງການຕ່າງປະເທດ NATO ໄດ້ໂຮມປະຊຸມຢູ່ ບຣຸກແຊນ ໃນວັນທີ 3 ທັນວາ ເພື່ອປຶກສາຫາລືກ່ຽວກັບແຜນການສັນຕິພາບໂດຍ ອາເມລິກາ ສະເໜີໃຫ້ແກ່ ຢູແກຼນ ເພື່ອແນໃສ່ປັບປຸງຄວາມເຫັນດີເປັນເອກະພາບ ແລະ ຂຶ້ນແຜນການໃຫ້ແກ່ກອງປະຊຸມສຸດຍອດປີ 2026 ຢູ່ ຕວັກກີ.

  ຮ່າງບົດສະເໜີສັນຕິພາບ ໂດຍ ອາເມລິກາ ຮຽບຮຽງໃຫ້ແກ່ ຢູແກຼນ ລວມມີບັນດາມາດຕາຄື ຈຳກັດການເປີດກວ້າງຂອງ NATO, ຈຳກັດຂອບຂະໜາດຂອງກອງທັບ ຢູແກຼນ ແລະ ຮັບຮອງບັນດາຜົນປະໂຫຍດທາງດ້ານອານາເຂດຂອງ ລັດເຊຍ. ບັນດາເຈົ້າໜ້າທີ່ເອີຣົບ ແລະ ຢູແກຼນ ໄດ້ ແລະ ພວມມານະພະຍາຍາມປັບປຸງເອກະສານດັ່ງກ່າວ, ພ້ອມທັງຢັ້ງຢືນວ່າ ອະທິປະໄຕຂອງ ຢູແກຼນ, ສິດປ້ອງກັນຕົວ ແລະ ຖານະສະມາຊິກ NATO ໃນອະນາຄົດຂອງປະເທດນີ້ຕ້ອງໄດ້ຮັບການປົກປ້ອງ.

        ທ່ານປະທານຄະນະກຳມະການການທະຫານຂັ້ນສູງຂອງ NATO ໃຫ້ຮູ້ວ່າ ກອງປະຊຸມໄດ້ພິຈາລະນາຄືນບັນດາການເຄື່ອນໄຫວໜູນຊ່ວຍດ້ານການທະຫານໃນປັດຈຸບັນໃຫ້ແກ່ ຢູແກຼນ.  ກອງປະຊຸມນີິ້ ຈະຊ່ວຍກຳນົດພື້ນຖານໃຫ້ແກ່ກອງປະຊຸມສຸດຍອດ ທີ່ຄາດວ່າຈະແກ້ໄຂບັນດາບັນຫານາບຂູ່ຍາວນານ, ການລົງທຶນດ້ານປ້ອງກັນຊາດ ແລະ ສາຍພົວພັນອະນາຄົດກັບ ຢູແກຼນ.

ນັກຂ່າວ VOV ປະຈຳ ເຊັກໂກ

This site is protected by reCAPTCHA and the Google Privacy Policy and Terms of Service apply.