ຂ່າວເດັ່ນ

ນັບ​ແສນ​ຄົນຍົກ​ຍ້າຍ​ຢູ່​ເຂດ ກາ​ຊາ ປະ​ເຊີນ​ໜ້າ​ກັບ​ຄວາມ​ສ່ຽ​ງຄ້າຍ​ລີ້​ໄພຊົ່ວ​ຄາວ​ຖືກ​ນ້ຳ​ຖ້ວມ​ຍ້ອນ​ຝົນ​ຕົກ​ໜັກ

ນັບ​ແສນ​ຄົນຍົກ​ຍ້າຍ​ຢູ່​ເຂດ ກາ​ຊາ ປະ​ເຊີນ​ໜ້າ​ກັບ​ຄວາມ​ສ່ຽ​ງຄ້າຍ​ລີ້​ໄພຊົ່ວ​ຄາວ​ຖືກ​ນ້ຳ​ຖ້ວມ​ຍ້ອນ​ຝົນ​ຕົກ​ໜັກ

(VOVWORLD) - ຝົນຕົກໜັກທີ່ເກີດຂຶ້ນໃນວັນທີ 11 ທັນວາ, ໄດ້ເຮັດໃຫ້ຄ້າຍລີ້ໄພຂອງນັບຮ້ອຍຄອບຄົວຖືກນ້ຳຖ້ວມ.

ນັບແສນຄົນຍົກຍ້າຍຢູ່ເຂດ ກາຊາ ປະເຊີນໜ້າກັບຄວາມສ່ຽງຄ້າຍລີ້ໄພຊົ່ວຄາວຖືກນ້ຳຖ້ວມຍ້ອນຝົນຕົກໜັກ. ນີ້ເມ່ນຂໍ້ມູນໂດຍອົງການອົບພະຍົບສາກົນ (IOM) ຂອງ ສປຊ ປະກາດໃນວັນທີ 12 ທັນວາ. ຝົນຕົກໜັກທີ່ເກີດຂຶ້ນໃນວັນທີ 11 ທັນວາ, ໄດ້ເຮັດໃຫ້ຄ້າຍລີ້ໄພຂອງນັບຮ້ອຍຄອບຄົວຖືກນ້ຳຖ້ວມ.

ຂໍ້ຕົກລົງຢຸດຍິງຢູ່ເຂດ ກາຊາ ໄດ້ຮັບການຮັກສານັບແຕ່ເດືອນຕຸລາ ມາຮອດປັດຈຸບັນ, ແຕ່ການປະທະກັນໄດ້ມ້າງທຳລາຍພື້ນຖານໂຄງລ່າງສ່ວນໃຫຍ່ຂອງເຂດດິນແດນດັ່ງກ່າວ ແລະ ເງື່ອນໄຂດຳລົງຊີວິດກໍປະສົບກັບຄວາມຫຍຸ້ງຍາກຢ່າງຮ້າຍແຮງທີ່ສຸດ. ບັນດາເຈົ້າໜ້າທີ່  ສປຊ ແລະ ປາແລັດສະຕິນ ຖືວ່າ ຕ້ອງຮີບເຮັ່ງສະໜອງຕູບຢ່າງໜ້ອຍສຸດ 300.000 ຕູບ ໃຫ້ແກ່ປະມານ 1,5 ລ້ານຄົນພວມດຳລົງຊີວິດຢູ່ໃນສະພາບຊົ່ວຄາວຢູ່ທີ່ນີ້.


This site is protected by reCAPTCHA and the Google Privacy Policy and Terms of Service apply.