ຂ່າວເດັ່ນ

ຮອງ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ຕີ​ລາ​ຄາ​ສູງ​ການ​ປະ​ກອບ​ສ່ວນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ຂອງ ຫວຽດ​ນາມ ກ່ຽວ​ກັບ​ການປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ

ຮອງ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ຕີ​ລາ​ຄາ​ສູງ​ການ​ປະ​ກອບ​ສ່ວນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ຂອງ ຫວຽດ​ນາມ ກ່ຽວ​ກັບ​ການປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ

(VOVWORLD) - ວັນທີ 13 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານພົນໂທ ຮວ່າງຊວັນຈຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານຮອງເລຂາທິການໃຫຍ່ ສປຊ Jean – Pierre Lacroix ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

 
ທ່ານຮອງເລຂາທິການໃຫຍ່ ສປຊ Jean-Pierre Lacroix (ຜູ້ນັ່ງຢູ່ທາງກາງ) (ພາບ:VGP)

ທີ່ການຕ້ອນຮັບ, ທ່ານພົນໂທ ຮວ່າງຊວັນຈຽນ ໃຫ້ຮູ້ວ່າ ໃນໄລຍະຈະມາເຖິງ, ຫວຽດນາມ ໃຫ້ຄຳໝັ້ນສັນຍາເປີດກວ້າງການເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ ດ້ວຍການຜັນຂະຫຍາຍບັນດາຮູບແບບກົມກອງທີ່ແຕກຕ່າງກັນ ແລະ ຈະລົງທະບຽນໃນລະບົບກຽມພ້ອມກຳລັງຮັກສາສັນຕິພາບຂອງ ສປຊ ຕາມຂັ້ນຕອນ ເພື່ອກຽມພ້ອມຜັນຂະຫຍາຍກຳລັງໄປຍັງຄະນະຕ່າງໆ. ການນຳກະຊວງປ້ອງກັນປະເທດ ຫວຽດນາມ ປາດຖະໜາວ່າ ຈະສືບຕໍ່ໄດ້ຮັບການໜູນຊ່ວຍ, ການໃຫ້ຄຳປຶກສາຂອງ ສປຊ ແລະ ທ່ານຮອງຜູ້ອຳນວຍການໃຫຍ່ ສປຊ Jean-Pierre Lacroix ເພື່ອໃຫ້ກອງທັບປະຊາຊົນ ຫວຽດນາມ ສືບຕໍ່ປະກອບສ່ວນເຂົ້າໃນຂົງເຂດຮັກສາສັນຕິພາບ ຢ່າງມີປະສິດທິຜົນກວ່າ.

        ທ່ານຮອງເລຂາທິການໃຫຍ່ ສປຊ Jean-Pierre Lacroix ຢັ້ງຢືນວ່າ ຍາມໃດກໍສະໜັບສະໜູນ ຫວຽດນາມ ແລະ ບັນດາຄວາມມານະພະຍາຍາມເພີ່ມທະວີ, ເປີດກວ້າງການຮ່ວມມືລະຫວ່າງ ຫວຽດນາມ ແລະ ສປຊ ໃນຂົງເຂດນີ້ ພ້ອມທັງເຊື່ອໝັ້ນວ່າ ຫວຽດນາມ ຈະສືບຕໍ່ມີການປະກອບສ່ວນຢ່າງມີປະສິດທິຜົນ ແລະ ເປີດກວ້າງການເຂົ້າຮ່ວມພາລະກຳລວມນີ້.

This site is protected by reCAPTCHA and the Google Privacy Policy and Terms of Service apply.