ຂ່າວເດັ່ນ

ອັງ​ກິດ​ດຶງ​ດູດ​ເງິນ​ລົງ​ທຶນ​ປະ​ມານ 204,87 ຕື້ USDໃນ​ການ​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຂອງ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ

ອັງ​ກິດ​ດຶງ​ດູດ​ເງິນ​ລົງ​ທຶນ​ປະ​ມານ 204,87 ຕື້ USDໃນ​ການ​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຂອງ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ

(VOVWORLD) - ໃນບັນດາບ້ວງເງິນລົງທຶນໃຫຍ່ມີຄຳໝັ້ນສັນຍາໄລຍະຍາວນານທີ່ມີມູນຄ່າປະມານ 136 ຕື້ USD ຂອງກຸ່ມບໍລິສັດຫຸ້ນສ່ວນເອກະຊົນ Blackstone, ພ້ອມກັບບ້ວງເງິນລົງທຶນ ປະມານ 5,3 ຕື້ USD ຈາກ Prologis ສະຫງວນໃຫ້ແກ່ຂົງເຂດວິທະຍາສາດກ່ຽວກັບຊີວິດ ແລະ ການຜະລິດທີ່ກ້າວໜ້າ.

ພາບປະກອບ: REUTERS/Phil Noble

ວັນທີ 17 ກັນຍາ, ລັດຖະບານ ອັງກິດ ໃຫ້ຮູ້ວ່າການຢ້ຽມຢາມທາງລັດຖະກິດຂອງ ທ່ານປະທານາທິບໍດີ ອາເມລິກາ ໄດ້ດຶງດູດເງິນລົງທຶນເປັນຈຳ(ປະມານ 204,8 ຕື້ USD)ເຂົ້າປະເທດນີ້, ລວມມີທັງບັນດາຄຳໝັ້ນສັນຍາໃໝ່ ແລະ ຄຳໝັ້ນສັນຍາໄດ້ຮັບການປະກາດກ່ອນນັ້ນແລ້ວ. ນີ້ແມ່ນບ້ວງເງິນລົງທຶນທາງການຄ້າເຂົ້າອັງກິດ ໃຫຍ່ທີ່ສຸດນັບແຕ່ກ່ອນມາຮອດປັດຈຸບັນ ທີ່ຕິດພັນກັບການຢ້ຽມຢາມທາງລັດຖະກິດ. ໃນບັນດາບ້ວງເງິນລົງທຶນໃຫຍ່ມີຄຳໝັ້ນສັນຍາໄລຍະຍາວນານທີ່ມີມູນຄ່າປະມານ 136 ຕື້ USD ຂອງກຸ່ມບໍລິສັດຫຸ້ນສ່ວນເອກະຊົນ Blackstone, ພ້ອມກັບບ້ວງເງິນລົງທຶນ ປະມານ 5,3 ຕື້ USD ຈາກ Prologis ສະຫງວນໃຫ້ແກ່ຂົງເຂດວິທະຍາສາດກ່ຽວກັບຊີວິດ ແລະ ການຜະລິດທີ່ກ້າວໜ້າ.

ລັດຖະບານ ອັງກິດເນັ້ນໜັ້ກວ່າ ບັນດາຄຳໝັ້ນສັນຍາ ລົງທຶນດັ່ງກ່າວຈະສ້າງ ວຽກເຮັດງານທຳໃໝ່ປະມານ 7.600 ວຽກ, ພ້ອມທັງຢັ້ງຢືນການຕ້ອນຮັບທ່ານປະທານາທິບໍດີ  Trump ເປັນສອງຄັ້ງ ໃນໄລຍະເວລາ ພຽງແຕ່ສັ້ນໆ ຈະນຳມາເຊິ່ງຜົນປະໂຫຍດດ້ານເສດຖະກິດຢ່າງແທ້ຈິງ.


This site is protected by reCAPTCHA and the Google Privacy Policy and Terms of Service apply.