ຂ່າວເດັ່ນ

ອັງ​ກິດ, ຝ​ລັ່ງ ແລະ ເຢຍ​ລະ​ມັນ ເລີ່ມ​ດຳ​ເນີນ​ການ​ຈັດ​ວາງ​ຄຳ​ສັ່ງ​ລົງ​ໂທດ ອີ​ຣານ ຄືນ​ໃໝ່

ອັງ​ກິດ, ຝ​ລັ່ງ ແລະ ເຢຍ​ລະ​ມັນ ເລີ່ມ​ດຳ​ເນີນ​ການ​ຈັດ​ວາງ​ຄຳ​ສັ່ງ​ລົງ​ໂທດ ອີ​ຣານ ຄືນ​ໃໝ່

(VOVWORLD) - ວັນທີ 28 ສິງຫາ, ສາມປະເທດ ອັງກິດ, ຝລັ່ງ ແລະ ເຢຍລະມັນ (ຫຼືຍັງເອີ້ນວ່າ E3) ໄດ້ເລີ່ມດຳເນີນກົນໄກ “snapback” (ຈັດວາງຄຳສັ່ງລົງໂທດຄືນໃໝ່) ພາຍໃນ 30 ວັນ ເພື່ອແນໃສ່ຈັດວາງບັນດາຄຳສັ່ງລົງໂທດຂອງ ສປຊ ສຳລັບ ອີຣານ ຄືນໃໝ່ເຊິ່ງກ່ຽວຂ້ອງເຖິງໂຄງການນິວເຄຼຍຂອງປະເທດນີ້.

ເຂດຄົ້ນຄວ້າທົດລອງ Deuterium Oxide  Arak ຢູ່ເມືອງ  Khondab, ແຂວງ Markazi, ອີຣານ
(ພາບ:The Times of Israel/TTXVN)

ໃນຈົດໝາຍຝາກເຖິງສະພາຄວາມໝັ້ນຄົງ ສປຊ, E3 ເນັ້ນໜັກວ່າ “ຄຳໝັ້ນສັນຍານຳໃຊ້ທຸກເຄື່ອງມືທາງການທູດທີ່ມີຢູ່ແລ້ວ ເພື່ອຮັບປະກັນວ່າ ອີຣານ ຈະບໍ່ມີວັນພັດທະນາອາວຸດນິວເຄຼຍ ຕື່ມອີກ”. E3 ກໍສະແດງຄວາມຫວັງວ່າ ອີຣານ ຈະໄດ້ຍົກອອກບັນດາຄຳໝັ້ນສັນຍາຂອງຕົນໃນທ້າຍເດືອນ ກັນຍາ ເພື່ອເກ້ຍກ່ອມກຸ່ມນີ້ໂຈະການກະທຳລະອຽດ. ໃນວັນດຽວກັນ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Marco Rubio ໄດ້ຊົມເຊີຍການກະທຳຂອງ E3, ພ້ອມທັງໃຫ້ຮູ້ວ່າ ອາເມລິກາ ກຽມພ້ອມຮ່ວມມືກັບ ອີຣານ ໂດຍກົງ ເພື່ອຊຸກຍູ້ມາດຕະການສັນຕິພາບ ແລະ ຍາວນານໃນບັນຫານິວເຄຼຍຂອງປະເທດນີ້.

        ໃນປະຕິກິລິຍາຂອງຕົນ, ທ່ານລັດຖະມົນຕີການຕ່າງປະເທດ ອີຣານ Abbas Araghchi ຢັ້ງຢືນວ່າ ການກະທຳຂອງ E3 ແມ່ນ “ບໍ່ມີບ່ອນອີງ ແລະ ບໍ່ສອດຄ່ອງກັບກົດໝາຍ”. ກ່ອນໜ້ານັ້ນ, ອີຣານ ກໍໄດ້ອອກຄຳກ່າວເຕືອນກ່ຽວກັບ “ປະຕິກິລິຍາທີ່ແຂງກະດ້າງ” ຖ້າຄຳສັ່ງລົງໂທດຖືກຈັດວາງຄືນໃໝ່.


This site is protected by reCAPTCHA and the Google Privacy Policy and Terms of Service apply.