ຂ່າວເດັ່ນ

ອັງ​ກິດ, ຝະ​ລັງ ແລະ ເຢຍ​ລະ​ມັນ ຮຽກ​ຮ້ອ​ງ​ການ​ຢຸດ​ຕິ​ວິ​ນາດ​ຕະ​ກຳ​ມະ​ນຸດ​ສະ​ທຳ​ຢູ່​ເຂດ ກາ​ຊາ

ອັງ​ກິດ, ຝະ​ລັງ ແລະ ເຢຍ​ລະ​ມັນ ຮຽກ​ຮ້ອ​ງ​ການ​ຢຸດ​ຕິ​ວິ​ນາດ​ຕະ​ກຳ​ມະ​ນຸດ​ສະ​ທຳ​ຢູ່​ເຂດ ກາ​ຊາ

(VOVWORLD) - ການນຳສາມທ່ານເນັ້ນໜັກວ່າ, ບັນດາຄວາມຕ້ອງການອັນເປັນພື້ນຖານທີ່ສຸດຂອງ ປຊຊ ຄື: ນ້ຳສະອາດ ແລະ ທັນຍາຫານ ຕ້ອງໄດ້ຮັບການຕອບສະໜອງໃນທັນທີ.

(ພາບ: THX/TTXVN)

   ວັນທີ 25 ກໍລະກົດ, ການນຳ ອັງກິດ, ຝະລັງ ແລະ ເຢຍລະມັນ ໄດ້ອອກຖະແຫຼງການຮ່ວມ ຮຽກຮ້ອງການຢຸດຕິວິນາດຕະກຳມະນຸດສະທຳຢູ່ເຂດ ກາຊາ ໃນທັນທີ. ໃນຖະແຫຼງການຮ່ວມ, ທ່ານນາຍົກລັດຖະມົນຕີ ອັງກິດ Keir Starmer, ທ່ານປະທານາທິບໍດີ ຝະລັ່ງ Emmanuel Macron ແລະ ທ່ານນາຍົກລັດຖະມົນຕີ ເຢຍລະມັນ Friedrich Merz ໄດ້ຮຽກຮ້ອງໃຫ້ ອີດສະຣາແອັນ ຈົ່ງລົບລ້າງບັນດາການຈຳກັດກະແສເຄື່ອງຊ່ວຍເຫຼືອໃນທັນທີ ແລະ ຮີບເຮັ່ງອະນຸຍາດໃຫ້ ສປຊ ແລະ ບັນດາອົງການມະນຸດສະທຳບໍ່ຂຶ້ນກັບລັດຖະບານ ປະຕິບັດວຽກງານຂອງເຂົາເຈົ້າ ເພື່ອແນໃສ່ສະກັດກັ້ນໄພອຶດຫິວຢູ່ເຂດ ການຊາ. ການນຳສາມທ່ານເນັ້ນໜັກວ່າ, ບັນດາຄວາມຕ້ອງການອັນເປັນພື້ນຖານທີ່ສຸດຂອງ ປຊຊ ຄື: ນ້ຳສະອາດ ແລະ ທັນຍາຫານ ຕ້ອງໄດ້ຮັບການຕອບສະໜອງໃນທັນທີ.

This site is protected by reCAPTCHA and the Google Privacy Policy and Terms of Service apply.