ຂ່າວເດັ່ນ

ອັງ​ກິດ ກຽມ​ພ້ອມ​ໜູນ​ຊ່ວຍ ຫວຽດ​ນາມ ສ້າງ​ສູນ​ການ​ເງິນ​ສາ​ກົນ

ອັງ​ກິດ ກຽມ​ພ້ອມ​ໜູນ​ຊ່ວຍ ຫວຽດ​ນາມ ສ້າງ​ສູນ​ການ​ເງິນ​ສາ​ກົນ

(VOVWORLD) - ວັນທີ 17 ມີນາ, ໃນຂອບເຂດເຄື່ອນໄຫວຢູ່ລາຊະອານາຈັກ ອັງກິດ, ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫວຽດນາມ ຫງວຽນຮວ່າບິ່ງ ໄດ້ ພົບປະກັບທ່ານ Tony Blair, ອະດີດນາຍົກລັດຖະມົນຕີ ອັງກິດ, ປະທານສະຖາບັນ Tony Blair ເພື່ອການປ່ຽນແປງທົ່ວໂລກ (TBI).

ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຫວຽດນາມ ຫງວຽນຮວ່າບິ່ງ ແລະ ທ່ານຮອງຫົວໜ້າສູນການເງິນລອນດອນ, Vincent Keaveny (ພາບ: VGP)

ໃນການພົບປະ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຫວຽດນາມ ຫງວຽນຮວ່າບິ່ງ ຢັ້ງຢືນວ່າ ຫວຽດນາມ ພວມຍູ້ໄວການປ່ຽນແປງລະບອບລະບຽບການ, ປັບປຸງສະພາບແວດລ້ອມການລົງທຶນ, ດຶງດູດບັນດານັກລົງທຶນການເງິນ ແລະ ອົງການການເງິນໃຫຍ່, ພິເສດແມ່ນໃນບັນດາຂົງເຂດຫາກໍ່ພົ້ນເດັ່ນຄື ປັນຍາປະດິດ (AI), ເຄິ່ງຊັກນຳໄຟຟ້າ, ພະລັງງານທົດແທນ; ພ້ອມທັງປາດຖະໜາວ່າ ທ່ານ Tony Blair ໃຫ້ການເຊື່ອມຕໍ່ສາກົນ ແລະ ຍົກອອກບັນດາຂໍ້ສະເໜີແນະຍຸດທະສາດ.

        ສ່ວນທ່ານ Tony Blair ໃຫ້ຂໍ້ສັງເກດວ່າ ຂໍ້ຕົກລົງວ່າດ້ວຍການສ້າງຕັ້ງສູນການເງິນສາກົນຂອງ ຫວຽດນາມ ແມ່ນໜຶ່ງການຕັດສິນທີ່ຖືກຕ້ອງ ແລະ ທ່ານໄດ້ຕີລາຄາສູງການກຳນົດທິດພັດທະນາສູນການເງິນຂອງ ຫວຽດນາມ.

        ກໍໃນວັນດຽວກັນ, ໃນການເຮັດວຽກກັບທ່ານຮອງຫົວໜ້າສູນການເງິນລອນດອນ, Vincent Keaveny, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຫວຽດນາມ ຫງວຽນຮວ່າບິ່ງ ສະເໜີໃຫ້ຝ່າຍສູນການເງິນລອນດອນ ໃຫ້ການໜູນຊ່ວຍແບ່ງປັນບົດຮຽນປະສົບການພັດທະນາສູນການເງິນ ແລະ ໃຫ້ການໜູນຊ່ວຍບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໂດຍກົງໃຫ້ແກ່ສູນການເງິນ. ສ່ວນທ່ານຮອງຫົວໜ້າສູນການເງິນ ລອນດອນ, Vincent Keaveny ໄດ້ສະແດງຄວາມພ້ອມສືບຕໍ່ທີ່ຈະໜູນຊ່ວຍ ຫວຽດນາມ ໃນວິວັດການສ້າງສູນການເງິນ.

ແອັງຕວັນ, ນັກຂ່າວ VOV ປະຈຳ ຝລັ່ງ

This site is protected by reCAPTCHA and the Google Privacy Policy and Terms of Service apply.