ຂ່າວເດັ່ນ

ອັງ​ກິດ ລົບ​ລ້າງ​ການ​ລົງ​ໂທດ​ຕໍ່​ປະ​ທາ​ນາ​ບໍ​ດີ ແລະ ລັດ​ຖະ​ມົນ​ຕີ​ກະ​ຊວງ​ພາຍ​ໃນ ຊີ​ຣີ

ອັງ​ກິດ ລົບ​ລ້າງ​ການ​ລົງ​ໂທດ​ຕໍ່​ປະ​ທາ​ນາ​ບໍ​ດີ ແລະ ລັດ​ຖະ​ມົນ​ຕີ​ກະ​ຊວງ​ພາຍ​ໃນ ຊີ​ຣີ

(VOVWORLD) - ທ່ານ Ahmad al-Sharaa ໄດ້ດຳລົງຕຳແໜ່ງປະທານາບໍດີຊົ່ວຄາວ ຊີຣີ ເມື່ອເດືອນມັງກອນປີ 2025...


    ວັນທີ 7 ພະຈິກ, ລັດຖະບານ ອັງກິດ ປະກາດວ່າ ໄດ້ລົບລ້າງບັນດາມາດຕະການການລົງໂທດສຳລັບທ່ານ Ahmad al-Sharaa ປະທານາບໍດີ ແລະ ທ່ານ Anas Khattab ລັດຖະມົນຕີກະຊວງພາຍໃນ ຊີຣີ. ການກະທຳນີ້ໄດ້ດຳເນີນພາຍຫຼັງ 2,3 ວັນ ກ່ອນການພົບປະທີ່ຄາດວ່າລະຫວ່າງ ທ່ານ Ahmad al-Sharaa ແລະ ທ່ານ Donald Trump ປະທານາບໍດີ ອາເມລິກາ ຢູ່ທຳນຽບຂາວ. ອັງກິດ ຈັດວາງຄຳສັ່ງລົງໂທດສຳລັບເຈົ້າໜ້າທີ່ສອງທ່ານນີ້ ດ້ວຍຄຳກ່າວຫາກ່ຽວຂ້ອງເຖິງອົງການກໍ່ການຮ້າຍສາກົນ Al-Qaeda ແລະ ອົງການ “ລັດອິດສະລາມ” (IS)  ອ້າງຊື່ເອງ.

    ທ່ານ Ahmad al-Sharaa ໄດ້ດຳລົງຕຳແໜ່ງປະທານາບໍດີຊົ່ວຄາວ ຊີຣີ ເມື່ອເດືອນມັງກອນປີ 2025 ພາຍຫຼັງກຳລັງໂດຍ Hayat Tahrir al-Sham ນຳພາ ໄດ້ດຳເນີນການບຸກໂຈມຕີໂດຍດ່ວນ ໂຄ່ນລົ້ມອຳນາດການປົກຄອງຂອງ ປະທານາບໍດີ Bashar al-Assad. ປີ 2014 ສປຊ ກໍ່ໄດ້ຈັດວາງຄຳສັ່ງລົງໂທດສຳລັບທ່ານ Ahmad al-Sharaa ດ້ວຍຄຳກ່າວຫາທີ່ມີສ່ວນກ່ຽວຂ້ອງກັບບັນດາອົງການກໍ່ການຮ້າຍສາກົນ ແຕ່ບັນດາມາດຕະການນີ້ ກໍ່ໄດ້ຍົກເລິກເມື່ອວັນທີ 6 ພະຈິກທີ່ຜ່ານມາແລ້ວ.

This site is protected by reCAPTCHA and the Google Privacy Policy and Terms of Service apply.