ຂ່າວເດັ່ນ

ອັງ​ກິດ ມີ​ແຜນ​ການ​ຮັບ​ຮອງ​ເອົາ ລັດ ປາ​ແລັດ​ສະ​ຕິນ ຖ້າ​ຫາກວ່າ ອິດ​ສະ​ຣາ​ແອັນ ບໍ່​ຢຸດ​ຕິ​ການ​ປະ​ທະ​ກັນ​ຢູ່​ເຂດ ກາ​ຊາ

ອັງ​ກິດ ມີ​ແຜນ​ການ​ຮັບ​ຮອງ​ເອົາ ລັດ ປາ​ແລັດ​ສະ​ຕິນ ຖ້າ​ຫາກວ່າ ອິດ​ສະ​ຣາ​ແອັນ ບໍ່​ຢຸດ​ຕິ​ການ​ປະ​ທະ​ກັນ​ຢູ່​ເຂດ ກາ​ຊາ

(VOVWORLD) - ທ່ານນາຍົກລັດຖະມົນຕີ ອັງກິດ Keir Starmer ໄດ້ຖະແຫຼງວ່າ ກຽມພ້ອມຮັບຮອງເອົາລັດ ປາແລັດສະຕິນ ໃນເດືອນກັນຍາຈະມາເຖິງ, ໃນກອງປະຊຸມສະມັດຊາໃຫຍ່ ສປຊ, ຖ້າ ອິດສະຣາແອັນ ບໍ່ປະຕິບັດບາງຂັ້ນຕອນເພື່ອປົວແປງຊີວິດການເປັນຢູ່ຂອງຊາວ ປາແລັດສະຕິນ ຢຸດຕິການປະທະກັນຢູ່ເຂດ ກາຊາ ແລະ ໃຫ້ຄຳໝັ້ນສັນຍາສັນຕິພາບບົນພື້ນຖານມາດຕະການ “ສອງລັດ”.

ຊາວ ປາແລັດສະຕິນ ຍົກຍ້າຍໄປຍັງບ່ອນປອດໄພ  (ພາບປະກອບ: TTXVN)

ວັນທີ 29 ກໍລະກົດ, ທ່ານນາຍົກລັດຖະມົນຕີ ອັງກິດ Keir Starmer ໄດ້ຖະແຫຼງວ່າ ກຽມພ້ອມຮັບຮອງເອົາລັດ ປາແລັດສະຕິນ ໃນເດືອນກັນຍາຈະມາເຖິງ, ໃນກອງປະຊຸມສະມັດຊາໃຫຍ່ ສປຊ, ຖ້າ ອິດສະຣາແອັນ ບໍ່ປະຕິບັດບາງຂັ້ນຕອນເພື່ອປົວແປງຊີວິດການເປັນຢູ່ຂອງຊາວ ປາແລັດສະຕິນ ຢຸດຕິການປະທະກັນຢູ່ເຂດ ກາຊາ ແລະ ໃຫ້ຄຳໝັ້ນສັນຍາສັນຕິພາບບົນພື້ນຖານມາດຕະການ “ສອງລັດ”.

        ຖ້າກະທຳ, ອັງກິດຈະກາຍເປັນປະເທດມະຫາອຳນາດທີ 2 ໃນສະພາຄວາມໝັ້ນຄົງ ສປຊ ທີ່ໄດ້ເຮັດຄືແນວນັ້ນ (ພ້ອມກັບ ຝລັ່ງ) ໃນເດືອນກ່ອນ, ໃນສະພາບການບຸກໂຈມຕີ ແລະ ປິດລ້ອມຂອງ ອິດສະຣາແອັນ ຢູ່ເຂດ ກາຊາ, ໄດ້ເຮັດໃຫ້ດິນແດນແຫ່ງນີ້ຖືກຕົກເຂົ້າສູ່ວິນາດຊະກຳມະນຸດສະທຳຢ່າງຮ້າຍແຮງ ແລະ ຊາວ ປາແລັດສະຕິນ ທີ່ເສຍຊີວິດຢູ່ນີ້ໄດ້ເພີ່ມຂຶ້ນກວ່າ 60.000 ຄົນແລ້ວ.

        ກະຊວງການຕ່າງປະເທດ ອິດສະຣາແອັນ ໄດ້ຄັດຄ້ານການກະທຳດັ່ງກ່າວ, ໂດຍຖືວ່າ ແຜນການໄດ້ຮັບຮອງລັດ ປາແລັດສະຕິນ ຂອງ ອັງກິດ ແມ່ນ “ລາງວັນສຳລັບ ຮາມາດສ” ແລະ ຈະກໍ່ຜົນເສຍຫາຍຕໍ່ຄວາມມານະພະຍາຍາມບັນລຸໄດ້ຄຳສັ່ງຢຸດຍິງຢູ່ເຂດ ກາຊາ.

ນັກຂ່າວ VOV ປະຈຳ ປາຣີ

This site is protected by reCAPTCHA and the Google Privacy Policy and Terms of Service apply.