ຂ່າວເດັ່ນ

ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ບຸ່ຍ​ແທັງ​ເຊີນ ໃຫ້​ການ​ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ ອົດ​ສະ​ຕາ​ລີ

ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ບຸ່ຍ​ແທັງ​ເຊີນ ໃຫ້​ການ​ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ ອົດ​ສະ​ຕາ​ລີ

(VOVWORLD) - ອົດສະຕາລີ ພ້ອມແລ້ວທີ່ຈະສະໜັບສະໜູນ ແລະ ຮ່ວມມືກັບ ຫວຽດນາມ ແລະ ຖືບົດບາດຂອງ ຫວຽດນາມ ໃນພາກພື້ນເປັນສຳຄັນ ພ້ອມທັງມີຄວາມປາດຖະໜາຢາກປັບປຸງ, ສ້າງສາຍພົວພັນຄູ່ຮ່ວມມືກັບ ຫວຽດນາມ ຢ່າງແຮງກວ່າອີກ.

 ທ່ານນາງຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ຕ້ອນຮັບທ່ານນາງເອກອັກຄະລັດຖະທູດ ອົດສະຕາລີ Gillian Bird (ພາບ: VGP)

   ຕອນບ່າຍວັນທີ 16 ມິຖຸນາ, ຢູ່ສຳນັກງານລັດຖະບານ, ຮ່າໂນ້ຍ, ເມື່ອກ່າວຄຳເຫັນໃນການຕ້ອນຮັບທ່ານນາງເອກອັກຄະລັດຖະທູດ ອົດສະຕາລີ Gillian Bird, ເນື່ອງໃນໂອກາດທ່ານເອກອັກຄະລັດຖະທູດເລີ່ມຕົ້ນອາຍຸການຢູ່ ຫວຽດນາມ, ທ່ານນາງຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ສະເໜີໃຫ້ທ່ານເອກອັກຄະລັດຖະທູດ Gillian Bird, ໃນໄລຍະຈະມາເຖິງ ໃຫ້ການສົມທົບຢ່າງຕັ້ງໜ້າ, ຮັກສາທ່າພັດທະນາຂອງການພົວພັນສອງຝ່າຍ; ດຳເນີນການສຳຫຼວດກວດກາຄວາມຄືບໜ້າຂອງການຜັນຂະຫຍາຍບັນດາຄຳໝັ້ນສັນຍາ, ຂໍ້ຕົກລົງຂັ້ນສູງເປັນປະຈຳໄລຍະ; ສະເໜີໃຫ້ສອງຝ່າຍເພີ່ມທະວີການຮ່ວມມືກ່ຽວກັບການປ້ອງກັນຕ້ານອາດຊະຍາກຳຂ້າມຊາດ ແລະ ການສ້າງຖານຂໍ້ມູນຄຸ້ມຄອງພົນລະເມືອງໃຫ້ຫຼາຍກວ່າອີກ.

        ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ບຸ່ຍແທັງເຊີນ ກໍສະເໜີໃຫ້ສອງຝ່າຍເພີ່ມທະວີການເປີດປະຕູຕະຫຼາດ, ເສີມຂະຫຍາຍປະສິດທິຜົນຂອງສັນຍາການຄ້າເສລີສະບັບຕ່າງໆເຊິ່ງສອງປະເທດລ້ວນແຕ່ເປັນສະມາຊິກນັ້ນ ເພື່ອແນໃສ່ຍົກວົງເງິນການຄ້າສອງສົ້ນໃຫ້ບັນລຸເປົ້າໝາຍ 20 ຕື້ USD ໂດຍໄວ.

        ສ່ວນທ່ານນາງເອກອັກຄະລັດຖະທູດ Gillian Bird ຢັ້ງຢືນວ່າ ອົດສະຕາລີ ພ້ອມແລ້ວທີ່ຈະສະໜັບສະໜູນ ແລະ ຮ່ວມມືກັບ ຫວຽດນາມ; ທ່ານເນັ້ນໜັກວ່າ ອົດສະຕາລີ ຖືບົດບາດຂອງ ຫວຽດນາມ ໃນພາກພື້ນເປັນສຳຄັນ ແລະ ມີຄວາມປາດຖະໜາຢາກປັບປຸງ, ສ້າງສາຍພົວພັນຄູ່ຮ່ວມມືກັບ ຫວຽດນາມ ຢ່າງແຮງກວ່າອີກ.


This site is protected by reCAPTCHA and the Google Privacy Policy and Terms of Service apply.