ຂ່າວເດັ່ນ

ງານ​ຕະຫຼາດ​ນັດ​ລະ​ດູ​ໃບ​ໄມ້ຫຼົ່ນ​ປີ 2025 - ບ່ອນ​ເຕົ້າ​ໂຮມ​ສິ່ງຍອດ​ຍິ່ງ​ຂອງ​ອາ​ຊີບ​​ພື້ນ​ເມືອງ ຮ່າ​ໂນ້ຍ

ງານ​ຕະຫຼາດ​ນັດ​ລະ​ດູ​ໃບ​ໄມ້ຫຼົ່ນ​ປີ 2025 - ບ່ອນ​ເຕົ້າ​ໂຮມ​ສິ່ງຍອດ​ຍິ່ງ​ຂອງ​ອາ​ຊີບ​​ພື້ນ​ເມືອງ ຮ່າ​ໂນ້ຍ

(VOVWORLD) - ດ້ວຍຂອບຂະໜາດໃຫຍ່, ເປັນເອກະລັກພິເສດ, ເຂດ “ສິ່ງຍອດຍິ່ງຂອງລະດູໃບໄມ້ຫຼົ່ນ ຮ່າໂນ້ຍ” ຢູ່ງານຕະຫຼາດນັດລະດູໃບໄມ້ຫຼົ່ນປີ 2025 ພວມດຳເນີນຢູ່ສູນວາງສະແດງ ຫວຽດນາມ (ດົງແອັງ, ຮ່າໂນ້ຍ) ແມ່ນສະຖານທີ່ຈັບໃຈສຳລັບປະຊາຊົນ ແລະ ແຂກທ່ອງທ່ຽວ. ຢູ່ທີ່ນີ້, ແຂກທ່ອງທ່ຽວ ບໍ່ພຽງແຕ່ມີໂອກາດໄດ້ສຳຜັດເທົ່ານັ້ນ ຫາກຍັງໄດ້ຊອກຮູ້ກ່ຽວກັບບັນດາຜະລິດຕະພັນຂອງໝູ່ບ້ານອາຊີບພື້ນເມືອງຂອງນະຄອນຫຼວງແຫ່ງອະລິຍະທຳນັບພັນປີອີກດ້ວຍ.

ຮ້ານແນະນຳຜະລິດຕະພັນ ຕໍ່ແຮ - ເຄື່ອງຫຼີ້ນພື້ນເມືອງຂອງເດັກ ແມ່ນເປັນໜ້າສົນໃຈດຶງດູດແຂກທ່ອງທ່ຽວມາຢ້ຽມຊົມເປັນຈຳນວນຫຼາຍ

ໃນງານຕະຫຼາດນັດປີນີ້, ມີຫຼາຍອາຊີບພື້ນເມືອງຂອງນະຄອນຫຼວງໄດ້ຮັບການວາງສະແດງໂດຍກົງ, ດຶງດູດຄວາມສົນໃຈຈາກແຂກທ່ອງທ່ຽວ. ຮ້ານແນະນຳຜະລິດຕະພັນ ຕໍ່ແຮ - ເຄື່ອງຫຼີ້ນພື້ນເມືອງຂອງເດັກ ແມ່ນເປັນໜ້າສົນໃຈດຶງດູດແຂກທ່ອງທ່ຽວມາຢ້ຽມຊົມເປັນຈຳນວນຫຼາຍ. ບັນດາໂຕ ຕໍ່ແຮ ທີ່ເຕັມໄປດ້ວຍສີສັນ ທີ່ໄດ້ເຮັດດ້ວຍສີມືອັນຄ່ອງແຄ້ວຂອງບັນດານາຍຊ່າງນັ້ນ ກໍສຳເລັດໄປເທື່ອລະໜ້ອຍພ້ອມກັບສຽງຫົວ, ຮອຍຍິ້ມ, ແວວຕາແຫ່ງຄວາມເຄົາລົບຂອງແຂກທ່ອງທ່ຽວ, ໂດຍສະເພາະແມ່ນເດັກນ້ອຍ.

“ຮ້ານວາງສະແດງນີ້ໄດ້ຈັດຂຶ້ນເພື່ອໃຫ້ເດັກນ້ອຍມີຄວາມເຂົ້າໃຈກ່ຽວກັບປະເພນີພື້ນເມືອງຂອງຊາດຕົນ. ບັນດານາຍຊ່າງເຮັດຕໍ່ແຮງາມຫຼາຍ.”

“ສອງແມ່ລູກຂ້າພະເຈົ້າມານີ້ແລ້ວກໍເຂົ້າໄປຮ້ານວາງສະແດງ ຕໍ່ແຮ ເລີຍ. ພວກລູກກໍ່ບໍ່ຄ່ອຍມີໂອກາດໄດ້ເຂົ້າຮ່ວມບັນດາກິດຈະກຳລົງຕວຈິງແບບນີ້, ສະນັ້ນ ເມື່ອມານີ້ ຫຼານກໍ່ມັກບັນດາຮ້ານວາງສະແດງອາຊີບພື້ນເມືອງ.  ຂ້າພະເຈົ້າກໍແນະນຳໃຫ້ພວກລູກກ່ຽວກັບຮູບຊົງຂອງຕໍ່ແຮແຕ່ລະໂຕ”.

ຈຸດພົ້ນເດັ່ນຂອງເຂດວາງສະແດງບັນຍາກາດ ຮ່າໂນ້ຍ ແມ່ນ ໃນພື້ນທີ່ກວ້າງ ທີ່ມີຊື່ວ່າ “ເສັ້ນທາງລະດູໃບໄມ້ຫຼົ່ນ ຮ່າໂນ້ຍ” ໄດ້ວາດພາບຄຸ້ມຖະໜົນເກົ່າ ຮ່າໂນ້ຍ. ສີເຫຼືອງຂອງລະດູໃບໄມ້ຫຼົ່ນ ໄດ້ເລືອກເປັນສີຫຼັກ, ເຮັດໃຫ້ຫວນຄືນບັນດາພາບພົດທີ່ເປັນເອກະລັກຂອງ ຮ່າໂນ້ຍຄືນອີກ. ເອື້ອຍ ເລທິຮວາມາຍ, ຢູ່ຕາແສງ ດົງແອັງ, ຮ່າໂນ້ຍ ແບ່ງປັນວ່າ:

“ໃນເຂດວາງສະແດງນີ້ໄດ້ວາດພາບຄືນວິຖີຊີວິດ, ແຕ່ລະກຳແພງ, ຫຼັງຄາເຮືອນຢູ່ຖະໜົນເກົ່າ ຮ່າໂນ້ຍ ໄດ້ຢ່າງແທ້ຈິງ. ຂ້າພະເຈົ້າມັກເຂດວາງສະແດງນີ້ທີ່ສຸດ, ມີແນວຫຼີ້ນໃຫ້ທັງຜູ້ເຖົ້າ ແລະ ເດັກນ້ອຍ. ປະທັບໃຈທີ່ສຸດແມ່ນຮ້ານວາງສະແດງຄຸ້ມຖະໜົນເກົ່າ.”

This site is protected by reCAPTCHA and the Google Privacy Policy and Terms of Service apply.