ຂ່າວເດັ່ນ

ງານ​ຕະຫຼາດ​ນັດ​ລະ​ດູ​ໃບ​ໄມ້ຫຼົ່ນ ປີ 2025: ໂອ​ກາດ​ເພື່ອ​ໃຫ້​ວິ​ສາ​ຫະ​ກິດ​ເຊື່ອມ​ຕໍ່ ແລະ ແລກ​ປ່ຽນ​ຄ້າ​ຂາຍ

ງານ​ຕະຫຼາດ​ນັດ​ລະ​ດູ​ໃບ​ໄມ້ຫຼົ່ນ ປີ 2025: ໂອ​ກາດ​ເພື່ອ​ໃຫ້​ວິ​ສາ​ຫະ​ກິດ​ເຊື່ອມ​ຕໍ່ ແລະ ແລກ​ປ່ຽນ​ຄ້າ​ຂາຍ

(VOVWORLD) - ງານຕະຫຼາດນັດລະດູໃບໄມ້ຫຼົ່ນຄັ້ງທີ 1 ປີ 2025 ມີການເຂົ້າຮ່ວມຂອງວິສາຫະກິດພາຍໃນ ແລະ ຕ່າງປະເທດກວ່າ 2.500 ແຫ່ງ. ບໍ່ພຽງແຕ່ແມ່ນເຫດການເສດຖະກິດ - ວັດທະນະທຳລະດັບຊາດເທົ່ານັ້ນ, ນີ້ຍັງແມ່ນໂອກາດເພື່ອໃຫ້ວິສາຫະກິດ ຫວຽດນາມ ໂຄສະນາຜະລິດຕະພັນ, ຊຸກຍູ້ການແລກປ່ຽນການຄ້າຂາຍ, ເຊື່ອມໂຍງເຂົ້າກັບສາກົນ ອີກດ້ວຍ.

ງານຕະຫຼາດນັດມີຮ້ານວາງສະແດງສິນຄ້າປະມານ 3.000 ຮ້ານ (ພາບ: -VGP)

   ງານຕະຫຼາດນັດລະດູໃບໄມ້ຫຼົ່ນຄັ້ງທີ 1 – 2025 ມີຂອບຂະໜາດໃຫຍ່ທີ່ສຸດນັບແຕ່ກ່ອນມາຮອດປັດຈຸບັນ, ໂດຍໄດ້ຮັບການຂະໜານນາມວ່າ “ມະຫາຕະຫຼາດ” ລວມມີ 5 ເຂດ, ດ້ວຍຮ້ານວາງສະແດງສິນຄ້າປະມານ 3.000 ຮ້ານ, ໃນເນື້ອທີ່ກວ່າ 130.000 m². ບັນດາວິສາຫະກິດໄດ້ນຳບັນດາຜະລິດຕະພັນທີ່ເປັນເອກະລັກທີ່ສຸດ, ມີຄຸນນະພາບສູງທີ່ສຸດມາວາງສະແດງເພື່ອແນະນຳເຖິງປະຊາຊົນ, ແຂກທ່ອງທ່ຽວທັງຢູ່ພາຍໃນປະເທດ ແລະ ສາກົນກ ທ່ານ ຫວູຊວັນຮຶງ, ຜູ້ອຳນວຍການຝ່າຍດຳເນີນທຸລະກິດ ບໍລິສັດ ຮັ່ງນົກແອນ ກອນຕຸມ ໃຫ້ຮູ້ວ່າ:

        “ນີ້ແມ່ນງານຕະຫຼາດນັດໃຫຍ່ດ້ວຍການເຂົ້າຮ່ວມຂອງບັນດາວິສາຫະກິດທີ່ມາຈາກທຸກແຖບຖິ່ນໃນທົ່ວປະເທດ. ນີ້ແມ່ນໂອກາດເພື່ອເຊື່ອມຕໍ່, ຈຳໜ່າຍຜະລິດຕະພັນ. ຂ້າພະເຈົ້າດີໃຈຫຼາຍເມື່ອໄດ້ເຂົ້າຮ່ວມງານຕະຫຼາດນັດ ແລະ ມີແຂກທ່ອງທ່ຽວມາຈາກທ້ອງຖິ່ນຕ່າງໆເປັນຈຳນວນຫຼາຍ, ແຜ່ກະຈາຍບັນດາຜະລິດຕະພັນຂອງວິສາຫະກິດ.”

        ດ້ວຍຫົວຂໍ້ ແລະ ສານທີ່ວ່າ “ເຊື່ອມຕໍ່ມະນຸດ້ວຍການຜະລິດ, ດຳເນີນທຸລະກິດ”, ງານຕະຫຼາດນັດແມ່ນເຫດການເສດຖະກິດ - ວັດທະນະທຳ ທີ່ບໍ່ພຽງແຕ່ມີຂອບເຂດລະດັບຊາດເທົ່ານັ້ນ, ຫາກຍັງບືນຕົວອອກສູ່ໂລກ, ເຊີດຊູບັນດາຜະລິດຕະພັນ, ເຄື່ອງໝາຍການຄ້າພົ້ນເດັ່ນທີ່ເປັນເອກະລັກ ແລະ ພຸມປັນຍາ ຫວຽດນາມ, ປະກອບສ່ວນກະຕຸ້ນການບໍລິໂພກພາຍໃນ, ແຜ່ກະຈາຍນ້ຳໃຈ “ຊາວ ຫວຽດນາມ ບຸລິມະສິດນຳໃຊ້ສິນຄ້າ ຫວຽດນາມ”, ຊຸກຍູ້ການແລກປ່ຽນການຄ້າການລົງທຶນ, ເຊື່ອມໂຍງເຂົ້າກັບສາກົນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.