ຂ່າວເດັ່ນ

ງານ​ມະ​ໂຫລາມ​ອາ​ຫານ​ການ​ກິນ ແລະ ການ​ທ່ອງ​ທ່ຽວ​ໝູ່​ບ້ານ​ອາ​ຊີບ, ຖະ​ໜົນ​ອາ​ຊີບ​ດຶງ​ດູດ​ແຂກ​ກ່​ວາ 30.000 ເທື່ອ​ຄົນເຂົ້າ​ຮ່ວມ

ງານ​ມະ​ໂຫລາມ​ອາ​ຫານ​ການ​ກິນ ແລະ ການ​ທ່ອງ​ທ່ຽວ​ໝູ່​ບ້ານ​ອາ​ຊີບ, ຖະ​ໜົນ​ອາ​ຊີບ​ດຶງ​ດູດ​ແຂກ​ກ່​ວາ 30.000 ເທື່ອ​ຄົນເຂົ້າ​ຮ່ວມ

(VOVWORLD) - ງານມະໂຫລາມປີນີ້ ດຶງດູດການເຂົ້າຮ່ວມຂອງ 10 ໝູ່ບ້ານອາຊີບ, ຖະໜົນອາຊີບດີເດັ່ນ, ກັບນັກສິລະປະການ, ນາຍຊ່າງເກັ່ງເກືອບ 30 ຄົນ, ພ້ອມກັບຜູ້ຕາງໜ້າຂອງວິສາຫະກິດການທ່ອງທ່ຽວ, ອາຫານການກິນ, ສະຖານທີ່ພັກເຊົ່າ ແລະ ສະຖານທີ່ທ່ອງທ່ຽວຂອງນະຄອນຫຼວງ.

ຮ້ານວາງສະແດງເຄື່ອງຈັກສານ ຢູ່ ງານມະໂຫລາມ (ພາບ: TTXVN)

ຕອນຄ່ຳວັນທີ 14 ທັນວາ, ຢູ່ເຂດວັດທະນະທຳປະດິດຄິດສ້າງ ໄຕໂຮ່ (ຮ່າໂນ້ຍ), ພະແນກການທ່ອງທ່ຽວຮ່າໂນ້ຍໄດ້ປະສານສົມທົບກັບຄະນະກຳມະການປະຊາຊົນເມືອງໄຕໂຮ່ ຈັດຕັ້ງພິທີອັດງານມະໂຫລາມອາຫານການກິນ ແລະການທ່ອງທ່ຽວໝູ່ບ້ານອາຊີບ, ຖະໜົນອາຊີບ ຮ່າໂນ້ຍ ປີ 2025. ພາຍຫຼັງ ການຈັດຕັ້ງບັນດາກິດຈະກຳທີ່ອຸດົມສົມບູນມາເປັນເວລາ 4 ວັນ, ງານມະໂຫລາມດ້ວຍຫົວຂໍ້ “ອາຊີບຍອດຢ້ຽມນັບຮ້ອຍຢ່າງ, ແຜ່ກະຈາຍສີສັນນັບພັນຢ່າງ” ໄດ້ດຶງດູດການເຂົ້າຮ່ວມຂອງແຂກກ່ວາ 30.000 ເທື່ອຄົນ, ໃນນັ້ນມີແຂກທ່ອງທ່ຽວສາກົນ. ໂດຍໄດ້ອອກແບບຕາມແນວຄວາມຄິດເມືອງເກົ່າ - ເຮືອນເກົ່າຮ່າໂນ້ຍ, ງານມະໂຫລາມລວມມີ ສາມສະຖານທີ່ຫຼັກ: ເຂດທ່ອງທ່ຽວໝູ່ບ້ານອາຊີບ, ຖະໜົນອາຊີບ “ໝູ່ບ້ານເລົ່າເລື່ອງອະດີດ ແລະ ປັດຈຸບັນ”, ເຂດສິ່ງຍອດຍິ່ງຂອງອາຫານຮ່າໂນ້ຍ “ລົດຊາດບູຮານຍັງຄົງຕົວຕະຫຼອດການ”, ເຂດໂຄສະນສະຖານທີ່ທ່ອງທ່ຽວ “ຍ່າງເລາະ ຮ່າແທງ”. ງານມະໂຫລາມປີນີ້ ດຶງດູດການເຂົ້າຮ່ວມຂອງ 10 ໝູ່ບ້ານອາຊີບ, ຖະໜົນອາຊີບດີເດັ່ນ, ກັບນັກສິລະປະການ, ນາຍຊ່າງເກັ່ງເກືອບ 30 ຄົນ, ພ້ອມກັບຜູ້ຕາງໜ້າຂອງວິສາຫະກິດການທ່ອງທ່ຽວ, ອາຫານການກິນ, ສະຖານທີ່ພັກເຊົ່າ ແລະ ສະຖານທີ່ທ່ອງທ່ຽວຂອງນະຄອນຫຼວງ.

This site is protected by reCAPTCHA and the Google Privacy Policy and Terms of Service apply.