ຂ່າວເດັ່ນ

ງານ​ໂຮມ​ຊຸມ​ນຸມ​ມິດ​ຕິງ ໄດ້​ດຳ​ເນີນ​ຢູ່ແຫ່ງ​ຕ່າງໆ​ໃນ ເອີ​ຣົບ ໃນ​ວັນ​ກຳ​ມະ​ກອນ​ສາ​ກົນວັນທີ 1 ພຶດ​ສະ​ພາ

ງານ​ໂຮມ​ຊຸມ​ນຸມ​ມິດ​ຕິງ ໄດ້​ດຳ​ເນີນ​ຢູ່ແຫ່ງ​ຕ່າງໆ​ໃນ ເອີ​ຣົບ ໃນ​ວັນ​ກຳ​ມະ​ກອນ​ສາ​ກົນວັນທີ 1 ພຶດ​ສະ​ພາ

(VOVWORLD) - ວັນທີ 01 ພຶດສະພາ, ມີຫຼາຍງານໂຮມຊຸມນຸມມິດຕິງ ໄດ້ຈັດຂຶ້ນຢູ່ ຝລັ່ງ ແລະ ເຢຍລະມັນ ເພື່ອສະເຫຼີມສະຫຼອງວັນກຳມະກອນສາກົນ, ພ້ອມທັງສົ່ງບັນດາສານການເມືອງ ແລະ ສັງຄົມ.

  ເພື່ອສະເຫຼີມສະຫຼອງວັນກຳມະກອນສາກົນ, ມີ 269 ການເດີນຂະບວນ ໄດ້ຮັບການຂຶ້ນແຜນໃນທົ່ວປະເທດ ຝລັ່ງ. ຕາມຕົວເລກໂດຍສະຫະພັນໃຫຍ່ແຮງງານ ຝລັ່ງ ປະກາດ, ເຫດການດັ່ງກ່າວໄດ້ດຶງດູດ ແຕ່ 100.000 ຫາ 150.000 ຄົນໃນທົ່ວປະເທດ ເຂົ້າຮ່ວມ. ເນື້ອໃນຂອງບັນດາການໂຮມຊຸມນຸມມິດຕິງ ຢູ່ ຝລັ່ງ ປິ່ນອ້ອມບັນຫາວ່າງງານເພີ່ມຂຶ້ນ ຍ້ອນປະສົບກັບຄວາມຫຍຸ້ງຍາກດ້ານເສດຖະກິດ, ບັນຫາປະຕິຮູບເງິນເບ້ຍບຳນານ, ປົວແປງເງື່ອນໄຂອອກແຮງງານ ແລະ ກ່າວປະນາມລັດທິຈຳແນກເຊື້ອສາຍຜິວພັນ.

        ຢູ່ເຢຍລະມັນ, ບັນດາກຳມະບານ ແລະ ອົງການຮັບຜິດຊອບແຮງງານອື່ນ ໄດ້ຮຽກຮ້ອງໃຫ້ຈັດການໂຮມຊຸມນຸມມິດຕິງ ນັບຮ້ອຍເຫດການໃນທົ່ວປະເທດ.

ນັກຂ່າວ VOV ປະຈຳ ຝລັ່ງ

This site is protected by reCAPTCHA and the Google Privacy Policy and Terms of Service apply.