ຂ່າວເດັ່ນ

ງານ​​ປະ​ກວດຊຸດ​ອາ​ພອນ​ປະ​ຈຳ​​ຊາດຂອງ​ບັນ​ດາ​ປະ​ເທດ ອາ​ຊຽນ

ງານ​​ປະ​ກວດຊຸດ​ອາ​ພອນ​ປະ​ຈຳ​​ຊາດຂອງ​ບັນ​ດາ​ປະ​ເທດ ອາ​ຊຽນ

(VOVWORLD) -ຕອນບ່າຍວັນທີ 31 ມີນາ, ຢູ່ສວນສາທາລະນະວັດທະນະທຳ ເດີ່ມແຊນ - ນະຄອນ ໂຮຈີມິນ ໄດ້ຈັດງານປະກວດຊຸດອາພອນປະຈຳຊາດ ອາຊີຕາເວັນອອກສ່ຽງໃຕ້ ປີ 2023, ໂດຍສະມາຄົມມິດຕະພາບ ຫວຽດນາມ - ອາຊີຕາເວັນອອກສ່ຽງໃຕ້ ນະຄອນ ໂຮ່ຈີມິນ ແລະ ສະຫະພັນແມ່ຍິງ ເມືອງ 11 ສົມທົບກັນຈັດຂຶ້ນ.

ການປະກວດຊຸດອາພອນປະຈຳຊາດຂອງ ໄທ (ພາບ: VOV)

ເຂົ້າຮ່ວມງານປະກວດດັ່ງກ່າວ ມີນັກຮຽນ, ນັກສຶກສາ, ອະດີດນັກສຶກສາຕ່າງປະເທດທີ່ພວມເຮັດວຽກ, ຮ່ຳຮຽນຢູ່ນະຄອນ ໂຮ່ຈີມິນ, ຜູ້ຕາງໜ້າບັນດາສະມາຄົມມິດຕະພາບ ແລະ ສະມາຊິກສະມາຄົມແມ່ຍິງ. ລາຍການດັ່ງກ່າວຖືກຈັດຂຶ້ນເພື່ອແນໃສ່ເພີ່ມທະວີການໂຄສະນາ, ເຜີຍແຜ່ກ່ຽວກັບການສ້າງປະຊາຄົມ ອາຊຽນ ທີ່ໝັ້ນຄົງເຂັ້ມແຂງ ແລະ ຮ່ວມສຳພັນຢ່າງສະໜິດແໜ້ນ. ໃນນັ້ນ, ຊຸດອາພອນປະຈຳຊາດຂອງບັນດາປະເທດ ກໍເປັນການເຊີດຊູຄວາມງາມຂອງປະເທດຊາດ, ປະຊາຊົນ, ປະຫວັດສາດຂອງປະເທດນັ້ນ, ເຊິ່ງເຂັ້ມຂຸ້ນໄປດ້ວຍສີສັນວັດທະນະທຳຂອງແຕ່ລະປະເທດ.

        ນີ້ກໍແມ່ນໂອກາດເພື່ອຊຸກຍູ້ການພົວພັນແລກປ່ຽນ, ສ້າງສາຍພົວພັນມິດຕະພາບອັນດີງາມລະຫວ່າງ ຫວຽດນາມ ກັບບັນດາປະເທດ ອາຊຽນ, ກໍຄື ເພີ່ມທະວີຄວາມສາມັກຄີຂອງປະຊາຊົນໃນປະຊາຄົມ ອາຊຽນ.


This site is protected by reCAPTCHA and the Google Privacy Policy and Terms of Service apply.